ການ​ແຂ່ງຂັນ​ລົດຣາລີ​ສາກົນຈີນ-ອາ​ຊຽນສຳ​ເລັດ​​ຮອບ​ທີ 8 ຢູ່ບ​ຣູ​ໄນ
2017-12-25 16:44:21  cri 
ການ​ແຂ່ງຂັນ​ລົດຣາລີ​ສາກົນ​ຈີນ-ອາ​ຊຽນ 2017 ກໍ​ຄື ການ​ແຂ່ງຂັນ​ລົດຣາລີ​ສື່​ມວນ​ຊົນ​ຈີນ-ອາ​ຊຽນ​ໄດ້​ສຳ​ເລັດ​ການ​ແຂ່ງ​ຂັນ​ຮອບ​ທີ 8 ທີ່​ຈັດ​ຂຶ້ນ​ຢູ່ບ​ຣູ​ໄນ​ໃນ​ວັນ​ທີ 23 ທັນ​ວາ​ນີ້, ຄະ​ນະ​ກຳ​ມະການ​ຕັດ​ສິນຕົກ​ລົງ​ຍົກ​ເລີກ​ການ​ແຂ່ງ​ຂັນ​ເຄິ່ງ​ຮອບ​ຍ້ອນ​ຝົນ​ຕົກ​ແຮງ, ທີມ​ລົດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສາ​ມາດ​ໄດ້​ຄະ​ແນນ​ໃນ​ການ​ແຂ່ງ​ຂັນ​ຮອບ​ນີ້.

​ການ​ແຂ່ງ​ຂັນ​ດັ່ງ​ກ່າວນີ້​ຈັດ​ຂຶ້ນ​ຢູ່ບ​ຣູ​ໄນ​ເປັນ​ຄັ້ງ​ທຳ​ອິດ. ກ່ອນ​ໜ້າ​ນີ້​ຂະ​ບວນລົດ​ໄດ້​ເດີນ​ທາງ​ອອກ​ຈາກ​ເມືອງ​ເຫີ​ພູ​ເຂດກວາງ​ຊີ ສ​ປ​ ຈີນ, ແລະ​ແລ່ນ​ຜ່ານ​ຮາ​ໂນ້ຍ​​ຫວຽດ​ນາມ, ​ນະ​ຄອນ​ຫຼວງວຽງ​ຈັນລາວ, ບາງກອກ​​ໄທ, ຢາງ​ກຸງ​ມຽນ​ມາ, ຊຽມລຽບ​​ກຳ​ປູ​ເຈຍ, ​ກົວ​ລາ​ລຳ​ເປີມາ​ເລ​ເຊຍ, ສິງ​ກະ​ໂປ​ແລະ​​ເດີນ​ທາງ​ໄປ​ຮອດ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ໃນ​ວັນ​ທີ 24 ທັນ​ວາ​ນີ້​, ​ແລ້ວສຸດ​ທ້າຍ​ໄປ​ຮອດ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ