​ອິດສະ​ຣະ​ແອນຈະຖອນ​ອອກ​ຈາກ​ອົງການ​ຢູ​ເນັດ​ສະ​ໂກ
2017-12-25 10:31:59  cri 
ວັນ​ທີ 23 ທັນ​ວາ​ນີ້, ສື່​ມວນ​ຊົນ​ອິດສະ​ແລນ​ອອກ​ຖະ​ແຫຼ​ງການ​ວ່າ: ອິດ​ສະ​ແລນ​ຈະ​ຖອນ​ອອກ​ຈາກ​ອົງການການ​ສຶກສາ, ວິທະຍາ​ສາດ ​ແລະ​ວັດທະນະທຳ​ແຫ່ງ​ສປຊ ຫຼື ​ຢູ​ເນັດ​ສະ​ໂກ​​ໃນ​ທ້າຍ​ປີ​ນີ້.

ວັນ​ທີ 22 ທັນວາ​ນີ້, ທ່ານ​ເປີ​ນ​ຈະ​ມິນ ​ເນ​ຕັນ​ຢະຮູ ນາຍົກລັດຖະມົນຕີອິດສະ​ຣະ​​ແອນສັ່ງ​ໃຫ້​ເຈົ້າ​ໜ້າ​ທີ່​ອິດສະ​ຣະ​ແອນ​ປະຈຳ​ອົງການ​ຢູ​ເນັດ​ສະ​ໂກ​ຖອນ​ອອກ​ຈາກອົງການ​ດັ່ງກ່າວ​ກ່ອນ​ວັນ​ທີ 31 ທັນວາ​ນີ້. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອິດສະ​ຣະ​ແອນ​ກ່າວ​ວ່າ: ການ​ຕັດສິນ​ໃຈ​ດັ່ງກ່າວນີ້​ເນື່ອງ​ຈາກ​ອົງການ​ຢູ​ເນັດ​ສະ​ໂກ​ລອງ​ແຍກ​ປະຫວັດສາດ​ຊາວ​ຢິວອອກ​ຈາກ​ດິນ​ແດນ​ປະ​ເທ​ດຕົນ.

​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ອິດສະ​ຣະ​ແອນ​ກ່າວ​ວ່າ: ຖ້າ​ອົງການ​ຢູ​ເນັດ​ສະ​ໂກດຳ​ເນີນ​ການ​ປະ​ຕິ​ຮູບ ​ແລະ​ປ່ຽນ​ທ່າ​ທີ​ຕໍ່​ປະ​ເທດ​ຕົນ, ປະ​ເທດຕົນ​ກໍ​ຈະ​ລົບ​ລ້າງ​ການ​ຕັດສິນ​ໃຈ​ດັ່ງກ່າວນີ້​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ