ຣັດ​ເຊຍ​ສຳ​ເລັດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ການ​ທະ​ຫານ​ຢູ່​ເຂດ​ຂົ້ວ​ໂລກ​ເໜືອ​ແລ້ວ
2017-12-26 16:20:58  cri 
ເມື່ອ​ມໍ່ໆ​ນີ້, ທ່ານ​ເຊີ​ເກ​ຊອຍ​ກູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ຢືນ​ຢັນ​ວ່າ ປະ​ເທດ​ຕົນ​ໄດ້​ສຳ​ເລັດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ການ​ທະ​ຫານ​ຂະ​ໜາດ​ໃຫຍ່​ຢູ່​ເຂດ​ຂົ້ວ​ໂລກ​ເໜືອ​ແລ້ວ.

ໜັງ​ສື​ພິມthe Red Star ສຽງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍສະ​ບັບ​ວັນ​ທີ 25 ທັນ​ວາ​ນີ້​ລາຍ​ງານ​​ວ່າ: ທ່ານ​ຊອ​ຍ​ກູໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ສັງ​ຄົມ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ທັນ​ວາ​ນີ້​ໂດຍ​ກ່າວ​ວ່າ, ໃນ​ປະ​ຫວັດ​ການ​ພັດ​ທະ​ນາ​ຂົ້ວ​ໂລກ​ເໜືອ, ບໍ່​​ເຄີຍມີ​ປະ​ເທດ​ໃດ​ທີ່​ສາ​ມາດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ໃຫຍ່​ແລະ​ຄົບ​ວົງ​ຈອນ​ແບບ​ນີ້​ໄດ້​ຢູ່​ເຂດ​ຂົ້ວ​ໂລກ​ເໜືອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ