5 ປີ​ຜ່​ານ​ມາ 4 ຕົວ​ເລກ​ດັດ​ຊະ​ນີ​ດ້ານ​ການ​ຂົນ​ສົ່ງ​ຄົມ​ມະ​ນາ​ຄົມຂອງ​ຈີນຢູ່​ໃນ​ອັນ​ດັບ​ 1 ຂອງ​ໂລກ
2017-12-26 16:32:18  cri 
ກອງ​ປະ​ຊຸມ​ວຽກ​ງານ​ຂົນ​ສົ່ງ​ຄົມ​ມະ​ນາ​ຄົມ​ທົ່ວ​ປະ​ເທດ​ຈີນ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 25 ທັນ​ວາ​ນີ້​ວ່າ: ໃນ 5 ປີ​ຜ່ານ​ມາ, ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ສັງ​ລວມ​ຂອງ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ,ບັ​ນ​ລຸ​ການ​ພັດ​ທະ​ນາ​ແບບກ້າວ​ກະ​ໂດດ. 4 ຕົວ​ເລກ​ດັດ​ຊະ​ນີ​ຊີ້​ໃຫ້​ເຫັນ​ວ່າ:ການ​ດຳ​ເນີນວຽກ​ງານຄົມ​ມະ​ນາ​ຄົມ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ທາງ​ດ່ວນ,ລົດ​ລາງໃນ​ເມືອງ​ແລະ​ປະ​ລິ​ມານ​ການເຂົ້າ​ທຽບ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ລ້ວນ​ແ​ຕ່​ຕິດອັນ​ດັບ 1 ຂ​ອງ​ໂລກ.

ໃນ 5 ປີ​ຜ່ານ​ມາ,ການ​ກໍ່​ສ້າງ​ແລະ​ຂະ​ຫຍາຍ​ທາງ​ລົດ​ໄຟ​ໄດ້​ເພີ່ມ​ຂຶ້ນ 27.000 ກິ​ໂລ​ແມັດ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປົກ​ຄຸມ​ຕົວ​ເມືອງ​ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນລ້ານກວ່າ​ຄົນ 65% ຂຶ້ນ​ໄປ. ໄລ​ຍະ​ທາງ​ລວ​ມ​ຂອງ​ທາງ​ຫຼວງ​ເພີ່ມ​ຂຶ້​ນ​ປະ​ມານ 534.000 ກິ​ໂລ​ແມັດ, ​ທາງ​ດ່ວນປົກ​ຄຸມ​ຕົວ​ເມືອງ​ທີ່​ມີ​ປະ​ຊາ​ກອນ 200.000 ຄົນກໍ​ຄື​ສູນ​ບໍ​ລິ​ຫານ​ງານ​ຂັ້ນ​ທ້ອງ​ຖິ່ນ​ເປັນ 97%. ສະ​ໜາມ​ບິນ​ບໍ​ລິ​ການ​ຂົນ​ສົ່ງ​ພົນ​ລະ​ເຮືອນ​ມີ​ເຖິງ 229 ແຫ່ງ ໂດຍ​ປົກ​ຄຸມ​ນະ​ຄອນ 88,5% ແລະ​ເມືອງ 76,5% ໃນ​ທົ່ວ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ