ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ການ​ຊ້ອມ​ຮົບ​ທາງ​ອາ​ກາດໃນ​ປີ 2017
2017-12-26 16:58:53  cri 


ໃນ​ປີ​ນີ້, ເຮືອ​ບິນ​ສູ້​ຮົບ​ຂອງ​ຈີນ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ເປັນ​ຫຼາຍ​ຄັ້ງ ໂດຍ​ໄດ້​ບິ​ນ​ຜ່ານ​ຊ່ອງ​ແຄບຕ​ຣູ​ຊີ​ມາ, ລາດ​ຕະ​ເວນ​​ອ້ອມ​​ເກາະ​ໄຕ້​ຫວັນ​ຢ່າງ​ເປັນ​ລະ​ບົບ, ບິນ​ໄປ​ເຂດ​ທະ​ເລ​ໄກ​ຫຼາຍ​ພັນ​ກິ​ໂລ​ແມັດ​ເພື່ອ​ຊ້ອມ​ການ​ຖິ້ມລະ​ເບີດ​ຢູ່​ເທິງ​ເກາະ​ດອນແລະ​ອື່ນໆ. ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້,ການ​ຝຶກ​ຊ້ອມ​ແບບ​ສູ້​ຮົບ​ຕົວ​ຈິງ​ຂອງກອງ​ທັບ​ອາ​ກາດ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ແລະ​​ເຂົ້າ​ສູ່​ລວງ​ເລິກກວ່າ​ເກົ່າ, ໄດ້​ສຳ​ເລັດ​ການບິນ​ຕາມ​ເສັ້ນ​ທາງ​ການ​ບິນ​ເສັ້ນ​ໃໝ່​ຫຼາຍ​ຄັ້ງ ແລະ​ໄດ້​ບິນ​ໄປ​ຮອດ​ເຂດ​ໃໝ່, ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ.
1  2  3  4  5  6  7  8  9  10  11  12  13  14  15  16  17  18  19  20  21  22  23  24  25  26  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ