ກອງ​ປະ​ຊຸມ​ປະ​ທານ​ລັດ​ຖະ​ສະ​ພາ 6 ປະ​ເທດ​ຈັດ​ຂຶ້ນ​ຢູ່​ປາ​ກີ​ສະ​ຖານ
2017-12-26 15:37:57  cri 
ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ປະ​ທານ​ລັດ​ຖະ​ສະ​ພາ 6 ປະ​ເທດຄື: ຈີນ ປາ​ກີ​ສະ​ຖານ, ອັບ​ກາ​ນີ​ສະ​ຖານ, ອີ​ຣານ, ຣັດ​ເຊຍ​ແລະ​ຕວກ​ກີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ ອິສລາມາ​ບັດ​ປະ​ເທດ​ປາ​ກີ​ສະ​ຖານ​ແຕ່​ວັນ​ທີ 24 ຫາ​ວັນ​ທີ 25 ທັນ​ວາ​ນີ້, ໂດຍ​ໄດ້​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ການ​ເຊື່ອມ​ຈອດ​ກັນ, ແລະ​ໄດ້​ຜ່ານ​ "ຖະ​ແຫຼງ​ການ​ອິ​ສ​ລາ​ມາ​ບັດ". ທ່ານ​ຈ່າງ​ຜິງ ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ວ່າ, ລັດ​ທິ​ກໍ່​ການ​ຮ້າຍ​ແມ່ນ​ການ​ຂົ່ມ​ຂູ່​ດ້ານ​ຄວາມ​ປອດ​ໄພ​​ທີ່​ປະ​ເທດ​ຢູ່​ພາກ​ພື້ນ​ແລະ​ປະ​ຊາ​ຄົມ​ໂລກ​ຜະ​ເຊີນ​ຮ່ວມ​ກັນ, ການ​ເຊື່ອມ​ຈອດ​ກັນ​​ແມ່ນ​ປັດ​ໄຈ​ສຳ​ຄັນຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ຮັກ​ສາ​​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ເລັ່ງ​ລັດ​ຊຸກ​ຍູ້​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເພື່ອ​ບັນ​ລຸ​ການ​ເຊື່ອມ​ຈອດ​ກັນ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍດ, ພ້ອມກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ທ່ານ​ຈ່າງ​ຜິງ​ກ່າວ​ຕື່ມ​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ທີ່​ສິ້ນ​ສຸດ​ລົງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ຕົກ​ລົງ​ແຜນ​​ງານ​ອັນ​ຍິງ​ໃຫຍ່​ແລະໂຄງ​ການ​ປະ​ຕິ​ບັດ​ງານ​ທີ່​ຈີນ​ຈະ​ກ້າວ​ໄປ​ສູ່ "ຮ້ອຍ​ປີ​ສອງ​ເທື່ອ" ໃນ​ຍຸກ​ໃໝ່, ຈີນ​ຍິນ​ດີ​ແບ່ງ​ປັນ​ໂອ​ກາດ​ພັດ​ທະ​ນາ​ກັບ​ປະ​ເທດ​ຕ່າງໆ, ຮ່ວມ​ກັນ​ສ້າງວິ​ໄສ​ທັດ​ອັນ​ດີ​ງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ