ຈີນ​ຕັ້ງ​ເປົ້າ​ໝາຍ​ເວ​ລາ​ສ້າງ​ປະ​ເທດ​ຕົນ​ເປັນ​ປະ​ເທດການ​ຄ້າ​ທີ່​ເຂັ້ມ​ແຂງ
2017-12-26 15:43:07  cri 
ພາຍ​ໃຕ້​ເບື້ອງ​ຫຼັງ​ທີ່​ຈີນ​ໄດ້​ກາຍ​ເປັນ​ປະ​ເທດການ​ຄ້າ​ໃຫຍ່, ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ສະ​ເໜີ​ສ້າງ​ຕາ​ຕະ​ລາງ​ເວ​ລາ​ທີ່ຈະ​ສ້າງ​ປະ​ເທດ​ຈີນ​ໃຫ້​ກາຍ​ເປັນ​ປະ​ເທດ​ການ​ຄ້າ​ທີ່​ເຂັ້ມ​ແຂງ.

ໃນ​ກອງ​ປະ​ຊຸມ​ວຽກ​ງານ​ການ​ຄ້າ​ທົ່ວ​ປະ​ເທດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ທັນ​ວາ​ນີ້, ທ່ານ​ຈົ່ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນ​ຈະ​ປະ​ຕິ​ບັດ​ຕາ​ຕະ​ລາງ​ເວ​ລາ​ດັ່ງ​ກ່າວ​ໂດຍ​ແບ່ງ​ເປັນ 3 ໄລ​ຍະ, ແລະ​ສ້າງ​ປະ​ເທດ​ຕົນ​ເປັນ​ປະ​ເທດ​ການ​ຄ້າ​ທີ່​ເຂັ້ມ​ແຂງ​ກ່ອນ​ປີ 2050. ບາດ​ກ້າວ​ທີ​ໜຶ່ງ, ປັບ​ປຸງ​ຖາ​ນະ​​ການ​ຄ້າ​ໃຫຍ່​ຂອງ​ຈີນ​ກ່ອນ​ປີ 2020, ບາດ​ກ້າວ​ທີ​ສອງ, ສ້າງ​ປະ​ເທດ​ຈີນ​ເປັນ​ປະ​ເທດ​ການ​ຄ້າ​ເຂັ້ມ​ແຂງ​ໃນ​ຂັ້ນ​ພື້ນ​ຖານ​ກ່ອນ​ປີ 2035, ແລະບາດ​ກ້າວ​ທີ​ສາມ, ສ້າງ​ປະ​ເທດ​ຈີນ​ເປັນ​ປະ​ເທດ​​ການ​ຄ້າ​ທີ່​ເຂັ້ມ​ແຂງ​ຢ່າງ​ຮອບ​ດ້ານ​ກ່ອນ​ປີ 2050.

ທ່ານ​ຈົ່ງ​ຊ່ານ​ກ່າວ​ວ່າ, ໃນ 5 ປີ​ຕໍ່​ໜ້າ, ການ​ປະ​ຕິ​ຮູບແລະ​ພັດ​ທະ​ນາ​​ວຽກ​ງານການ​ຄ້າ​ຈີນ​ຕົ້ນ​ຕໍ​ຈະ​ຊຸກ​ຍູ້​ໜ້າ​ທີ່​ສຳ​ຄັນ​ໃນ 6 ດ້ານ, ແລະ​ປະ​ຕິ​ບັດ​ແຜນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ລ​ວມ​ທັງ​ເພີ່ມ​ທະ​ວີ​ບົດ​ບາດ​ພື້ນ​ຖານ​ຂອງ​ການ​ບໍ​ລິ​ໂພກ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຍົກ​ສູງ​ທ່າ​ແຮງ​ໃໝ່​ຂອງ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ, ຍົກ​ສູງ​ລະ​ດັບ​ການ​ລົງ​ທຶນ​ສອງ​ຝ່າຍ, ປັບ​ປຸງ​ສະ​ພາບ​ການ​ເປີດ​ປະ​ຕູ​ຂອງ​ພາກ​ພື້ນ​ໃຫ້​ດີ​ຂຶ້ນ, ສ້າງ​ສາຍ​ພົວ​ພັນ​ການ​ຄ້າ​ສາ​ກົນ​ແບບ​ໃໝ່, ແລະ​ເພີ່ມ​ຄວາມ​ສາ​ມາດ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານປະ​ຊາ​ຊົນ​ຂອງ​ການ​ຄ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ