ກອງ​ປະຊຸມ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ໂລກ​ຂອງ​ອົງການ​ສປຊຄັ້ງ​ທຳ​ອິດຈະ​ຈັດ​ຂຶ້ນ​ຢູ່​ຈີນ
2017-12-26 16:13:10  cri 
ວັນ​ທີ 25 ທັນວາ​ນີ້, ຕາມ​ການ​ລາຍ​ງານ​ຂອງນັກ​ຂ່າວ​​ແຈ້ງ​ໃຫ້​ຮູ້ວ່າ: ​ກອງ​ປະຊຸມ​ເທື່ອ​ທີ​ໜຶ່ງ​ຂອງ​ຄະນະ​ກຳມະການ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່​ຂໍ້​ມູນ​ຂ່າວສາ​ນພູມ​ສາດ​ໂລກ​ຂອງອົງການ​ສະຫະ​ປະຊາ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ເຫັນ​ດີ​ວ່າ: ກອງ​ປະຊຸມ​ໃຫຍ່​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ໂລກອົງການ​ສປຊຄັ້ງທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ເຕີ​ຊິ່ງ​ແຂວງ​​ເຈີ້ຈ່ຽງ​ໃນ​ເດືອນ​ພະ​ຈິກ​ປີ 2018.

ທ່ານ​ລິວ​​ເຈີ້​ມິນ ຮອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ: ກອງ​ປະຊຸມ​ນີ້​ຈະ​ແລກປ່ຽນຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃໝ່​ໃນ​ຂົງ​ເຂດ​ວັດ​ແທກຂໍ້​ມູນ​ພູມ​ສາດ ​ແລະ​ທ່າ​ອ່ຽງກາ​ນພັດທະນາ​ໃນ​ອານາ​ຄົດ, ປຶກສາ​ຫາລື​ມາດ​ຕະການຕໍ່ຂໍ້​ມູນ​ພູມ​ສາດ ​ເພື່ອ​ຄ້ຳ​ຊູ​ການ​ພັດທະນາ​ແບບ​ຍືນ​ຍົງ​ຮອດ​ປີ 20​3​​​0 ຂອງອົງການ​ສະຫະ​ປະຊາ​ຊາດ ​ທັງສະ​ເໜີ​ຂໍ້​ລິ​ເລີ່​ມ​ໃຫ້ບັນດາ​ປະ​ເທດ ​ແລະ​ທົ່ວ​ໂລກຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ