ຈີນ​ຫວັງ​ໃຫ້​ຍີ່​ປຸ່ນປະ​ຕິ​ບັດ​ການ​​ຢ່າງ​ສຸ​ຂຸມ​ຮອບ​ຄອບ​ໃນ​ຂົງ​ເຂດຮັກ​ສາ​ຄວາມ​ໝັ້ນ​ຄົງ​​ທາງການ​ທະ​ຫານ​​
2017-12-27 11:02:17  cri 
ສື່ມວນ​ຊົນ​ຍີ່​ປຸ່ນ​ລາຍ​ງານ​ວ່າ: ລັດ​ຖະ​ບານ​ຍີ່​ປຸ່ນ​ກຳ​ລັງ​ຄົ້ນ​ຄວ້າ​ການ​ດັດ​ແປງ​ກຳ​ປັ່ນ​ປ້ອງ​ກັນທີ່​ຊື່​ວ່າ​ອີ​ຊູ​ໂມະ (Izumo) ເຊິ່ງ​ເປັນ​ກຳ​ປັ່ນໃຫຍ່​ທີ່​ສຸດ​ຂອງກອງ​ປ້ອງ​ກັນ​ຕົວ​ທາງ​ທະ​ເລ​ນັ້ນ​ໃຫ້​ເປັນ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນສູ້​ຮົບ​ຂຶ້ນ​ລົງ​ ແລະ​ກຳ​ນົດ​ໃຊ້​ໃນ​ການ​ປ້ອງ​ກັນ​ເກາະ​ນ້ອຍ​ຕ່າງໆ​ທີ່​ໄກ​ຈາກ​ຝັ່ງ​ທະ​ເລ​ແລະ​ຕື່ມ​ນ້ຳ​ມັນ​ໃຫ້​ຍົນ​ສູ້​ຮົບ​ຂອງ​​ກອງ​ທັບອາ​ເມ​ລິ​ກາ​ເປັນ​ຕົ້ນ​ຕໍ. ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 26 ທັນ​ວາ​ນີ້​ວ່າ:

"ເນື່ອງ​ຈາກ​ສາ​ເຫດ​ໃນ​ປະ​ຫວັດ​ສາດ,ການ​ເຄື່ອນ​ໄຫວ​ຂອງ​ຍີ່​ປຸ່ນ​ໃນ​ຂົງ​ເຂດ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທາງ​ການ​ທະ​ຫານເຮັດ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ໃນ​ອາ​ຊີ​ແລະ​ປະ​ຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ການ​ລາຍ​ງານ​ຂ່າວ​ທີ່​ກ່ຽວ​ຂ້ອງວ່າ: ການ​ປະ​ຕິ​ບັດ​ການ​ທີ່​ຍີ່​ປຸ່ນ​ຈະ​ນຳ​ໃຊ້​ນັ້ນ​ອາດ​ຈະ​ລະ​ເມີດ​ມາດ​ຕາ​ທີ 9 ຂອງ​ລັດ​ຖະ​ທຳ​ມະ​ນູ​ນ​ຍີ່​ປຸ່ນ ເຊິ່ງ​ເປັນ​ສິ່ງ​ຄ້ຳ​ປັນ​ກັນ​ແລະ​ສັນ​ຍະ​ລັກ​ສຳ​ຄັນ​ທີ່​ຍີ່​ປຸ່ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ ທັງ​ເປັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເຄັ່ງ​ຂຶມ​ທີ່​ຍີ່​ປຸ່ນ​ໃຫ້​ໄວ້​ກັບ​ປະ​ຊາ​ຄົມ​ໂລກ, ພວກ​ຂ້າ​ພະ​ເຈົ້າ​ເຕືອນ​ໃຫ້​ຍີ່​ປຸ່ນ​ຍຶດ​ໝັ້ນ​ການປ້ອງ​ກັນ​ປະ​ເທດ​ໂດຍ​ສະ​ເພາະ,ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ ແລະ​ປະ​ຕິ​ບັດ​ການ​ຢ່າງ​ສຸ​ຂຸມ​ຮອບ​ຄອບ​ໃນ​ຂົງ​ເຂດ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທາງ​ການ​ທະ​ຫານ, ຄວນ​ກະ​ທຳ​ໃນ​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ໃຫ້ຫຼາຍ​ຂຶ້ນ ຫາກ​ບໍ່​ແມ່ນ​ເຮັດ​ແບບ​ທາງ​ກົງ​ກັນ​ຂ້າມ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ