ງານ​ສັນ​ຈອນ​ວາງ​ສະ​ແດງ​ປຶ້ມ​ຈີນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້
2017-12-27 14:26:18  cri 
ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ເມື່ອ​ມໍ່ໆ​ນີ້, ງານ​ສັນ​ຈອນ​ວາງ​ສະ​ແດງ​ປຶ້ມ​ຈີນໄດ້​ຈັດ​ຂຶ້ນ​ຄັ້ງ​ທຳ​ອິດຢູ່ຫຼາຍ​ເຂດຂອງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເປັນ​ຕົ້ນ ນະ​ຄອນຫຼວງ​ບາງກອກ,ຊຽງ​ໃໝ່ຂອງ​ປະ​ເທດ​ໄທ, ນະ​ຄອນຫຼວງ​ພະ​ນົມ​ເປັນ​ແລະ​ຊຽມ​ລຽບ​ຂອງ​ກຳ​ປູ​ເຈຍ,ນ​ະ​ຄອນຫຼວງວຽງ​ຈັນ​ຂອງ​ລາວ​,ເມືອງ​ມານ​ດາ​ເລ​ປະ​ເທດ​ມຽນ​ມາແລະ​ອື່ນໆ.

ປຶ້ມ​ຈີນ​ຈຳ​ນວນ 5 ໝື່ນ​ເຫຼັ້ມ​ໄດ້​ນຳ​ໄປ​ວາງ​ສະ​ແດງ​ຢູ່​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ໃນ​ນີ້​ລວມ​ເຖິງ ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ສີ​ຈິ້ນ​ຜິງວ່າ​ດ້ວຍການ​ປົກ​ຄອງ​ປະ​ເທດ​ແລະ​ບໍ​ລິ​ຫານ​ການ​ເມືອງ ແລະ​ປຶ້ມ​ອື່ນໆ​ທີ່​ເນັ້ນ​ຫົວ​ຂໍ້ ທັດ​ສະ​ນະ​ຄະ​ຕິ​ໃໝ່​ແລະ​ແນວ​ຄິດ​ໃໝ່​ວ່າ​ດ້ວຍການ​ປົກ​ຄອງ​ປະ​ເທດຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ