ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂວ​ຄາດ​ວ່າ​ຈະ​ເປີດ​ນຳ​ໃຊ້​ໃນ​ທ້າຍ​ປີ 2019
2017-12-27 16:32:03  cri 

ກອງ​ປະ​ຊຸມ​ເທື່ອ​ທີ​ສອງ​ຂອງ​ສະ​ພາ​ປະ​ຊາ​ຊົນ​​ສ​ະ​ໄໝ​ທີ 2 ເມືອງ​ຢຽນ​ຊິ້ງ ນະ​ຄອນຫຼວງ​ປັກ​ກິ່ງ​ແຈ້ງ​ໃຫ້​ຊາບ​ວ່າ: ເພື່ອ​ຮັບ​ປະ​ກັນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປີ 2022 ແລະ ງານ​ວາງ​ສະ​ແດງກ​ານ​ຈັດ​ພືດ​ສວນ​ໂລກ 2019 ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ດີ, ຕ​າມ​ແຜນ​ການ, ທາງ​ດ່ວນ​ຊິງ​ຢຽນ​ແລະ​ທາງ​ດ່ວນ​ຢຽນ​ສົງ​ຍ່ານ​ທົ່ງ​ພຽງ​ຈະ​ເປີດ​ນຳ​ໃຊ້​ໃນ​ທ້າຍ​ປີ 2018 ແລະ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່າງ​ເຈຍ​ໂຂວ​ຈະ​ເປີດ​ນຳ​ໃຊ້​ໃນ​ທ້າຍ​ປີ 2019. ຂະ​ນະ​ດຽວ​ກັນ, ກໍ​ໄດ້​ສຳ​ເລັດ​ການ​ສ້າງ​ສະ​ຖາ​ນີ​ອຸ​ຕຸ​ນິ​ຍົມ​ອັດ​ຕະ​ໂນ​ມັດ​ຂອງ​ສະ​ໜາມ​ແຂ່ງ​ຂັນ 8 ແຫ່ງ​ຢູ່​ເມືອງ​ຢຽນ​ຊິ້ງ​ທີ່​ເປັນ​ສະ​ຖານ​ທີ່​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປີ 2022 ແລະ​ໄດ້​ເລີ່ມ​ເຮັດ​ວຽກ​ການ​ເກັບ​ກຳ​ຂໍ້​ມູນ​ທຸກ​ເວ​ລາ​ແລະ​ການ​ສົ່ງ​ຂໍ້​ມູນ​ຂ່າວ​ສານ​ຕາມ​ເວ​ລາ​ກຳ​ນົດ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ