ອິນ​ໂດ​ເນ​ເຊຍ​ສຸມ​ໃສ່​ຄຸ້ມ​ຄອງ​ຂໍ້​ມູນ​ການ​ຄ້າ​ເອ​ເລັກ​ໂຕຣນິກ
2017-12-27 16:35:32  cri 

ອິນ​ໂດ​ເນ​ເຊຍ​ຈະ​​ເກັບ​ກຳ​ຂໍ້​ມູນ​ການ​ຄ້າ​ເອ​ເລັກ​ໂຕຣນິກຢ່າງຮອບດ້ານ ນັບ​ແຕ່​ເດືອນ​ມັງກອນ​ປີ 2018 ​ເປັນຕົ້ນ​ໄປ.

ທັງ​ນີ້ ທ່ານ​ເກ​ຄຸກ ຊູ​ຮາຣີຢານ​ໂຕ ຫົວໜ້າ​ອົງການ​ສະຖິຕິ​ສູນ​ກາງ​ອິນ​ໂດ​ເນ​ເຊຍ ​ໄດ້​ເປີດ​ເຜີຍ​​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ​ຈະ​ຕ້ອງ​ເກັບ​ກຳ​ຂໍ້​ມູນຕົ້ນຕໍ​ລວມທັງ​ຈຳນວນ​ຊື້ຂາຍ​, ວິທີ​ການ​ຊຳລະ​ເງິນ, ລາຍ​ຊື່​ສິນຄ້າ, ຂໍ້​ມູນ​ພື້ນຖານ​ຂອງຜູ້​ຊື້ ​ແລະ ຜູ້ຂາຍ ​ເຊິ່ງການ​ໃຊ້ມາດ​ຕະການ​ດັ່ງກ່າວ​ກໍ​ເພື່ອ​ຈະ​ສາມາດ​ກຳທ່າອ່ຽງ​ການ​ພັດທະນາຂອງ​ເສດຖະກິດ​ດີ​ຈີ​ຕອນ​ໃຫ້​ໄດ້​ດີກ​ວ່າ​ເກົ່າ ​ແລະ ຮັບ​ໃຊ້​ການວາງ​ນະ​ໂຍບາຍ​ຄວບ​ຄຸມ.

ນັກວິ​ເຄາະ​ການ​ຕະຫຼາດ​ເຫັນ​ວ່າ, ມາດ​ຕະການ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ອິນ​​ໂດ​ເນ​ເຊຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຊີ້​ນຳ​ແລະຕິດຕາມຄຸ້ມ​ຄອງ​ເສດຖະກິດ​ດີ​ຈີ​ຕອນ ​ໂດຍ​ສະ​ເພາະຂົງ​ເຂດ​ການ​ຄ້າ​ເອ​ເລັກ​ໂຕຣນິກ ​ແລະ ການ​ເງິນ​​ເອ​ເລັກ​ໂຕຣນິກ ​ແລະ​ໃນປີ 2018, ຈະ​ສືບ​ຕໍ່​ຈຳກັດ​ເງື່ອນ​ໄຂ​ການ​ອອກ​ໃບ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ​ເງິນຕາ​ເອ​ເລັກ​ໂຕຣນິກ ພ້ອມ​ທັງ​ຈະ​ຫ້າມ​ບໍ່​ໃຫ້​ນຳ​ໃຊ້​ເງິນບິດ​ຄອນ(BTC).

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ