ຈີນ​ຈະ​ເຂົ້າສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດທະນາ​ຢ່າງ​ແຂງ​ແຮງ
2017-12-27 16:37:18  cri 

ທ່ານ​ທີຣຸມາ​ໄລ​ໂຊ​ມູ ນັກວິ​ເຄາະ​ອາວຸ​ໂສ​ຂອງ​ໜັງສືພິມ "ດີ​ນາ​ທັນທີ" ທີ່​ພິມ​ຈຳໜ່າຍຫຼາຍກວ່າ​ໝູ່​ຢູ່​ອິນ​ເດຍ ​ໄດ້​ລະບຸ​ໃນ​ບົດ​ວິ​ເຄາະ​ຂອງ​ຕົນ​ຫວ່າງ​ມໍ່ໆ​ນີ້​ວ່າ: ​ເຊື່ອ​ວ່າ ຫຼັງກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ​ແລະ ພາຍ​ໃຕ້​ການ​ນຳພາ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິ​ງ ​ເປັນ​ໃຈກາງ ຈີນ​ຈະ​ເຂົ້າສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດທະນາ​ຢ່າງ​ແຂງ​ແຮງ.

ບົດ​ວີ​ເຄາະ​ຂອງ​ທ່ານ​ທີຣູມາ​ໄລ​ໂຊ​ມູ ຍົກ​ໃຫ້​ເຫັນ​ວ່າ: ຖ້າວ່າການ​ພັດທະນາ​ແລະ​ຄວາມກ້າວໜ້າ​ຂອງ​ປະ​ເທດ​ໜຶ່ງ​ແມ່ນ​ອາ​ໄສ​ລະດັບ​ການ​ພັດທະນາ​ເຕັກນິກ​ການ​ອອກ​ແຮງ​ງານຂອງ​ປະຊາຊົນ​ແລ້ວ ຖ້າ​ຫາກ​ວ່າ, ປະ​ເທດ​​ໃດໜຶ່ງທີ່​ກ້າວ​ເຂົ້າສູ່​ໃຈກາງ​ເວທີ​ໂລກ​ກໍ​ຄວນ​ອາ​ໄສ​ຜູ້ນຳ​ທີ່​ເຂັ້ມ​ແຂງ​, ມີອິດ​ທິພົນ ​ແລະ ມີ​ແນວ​ຄິດ​​ເບິ່ງກວ້າງ​ເຫັນ​ໄກ​ຜູ້​ໜຶ່ງ. ຂະນະ​ທີ່​ຈີນ​ກໍ​ຄື​ປະ​ເທດ​ໜຶ່ງ​ທີ່​ອາ​ໄສ​ການ​ນຳພາ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ພ້ອມ​ດ້ວຍ​ຄວາມ​ພະຍາຍາມ​ຢ່າງບໍ່​ລົດ​ລະ​ຂອງ​ປະຊາຊົນ​ຈີນ ​ແລະ​​ນັບ​ມື້​ນັບກ້າວ​ເຂົ້າສູ່​​​ໃຈກາງ​ເວທີ​ໂລກ ທັງ​ຢູ່​ໃນ​ຖານະ​ນຳ​ໜ້າ​ໂລກ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ການ​ພັດທະນາວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ທະຫານ. ຂະນະ​ທີ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ ກົນ​ໄກ​ການຮ່ວມ​ມືບຣິກສ໌ ທີ່​ໄດ້​ຮັບ​ຜົນສຳ​ເລັດຕະຫຼອດມານັ້ນ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ທີ່​ສຳຄັນ​ຂອງ​ເສດຖະກິດ​ ​ແລະ ການ​ຕ່າງປະ​ເທດ​ຂອງຈີນທີ່​ມີ​ຕໍ່​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ