ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ແລະເຜີຍ​ແຜ່​ເນື້ອ​ໃນຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19
2017-12-27 11:16:14  cri 
ທ່ານ ວາງ​ເຫວີຍກວ່າງ ຫົວ​ໜ້າ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ໃນ​ວັນ​ທີ 23 ຫາ​ວັນ​ທີ 26 ທັນ​ວາ​ນີ້ ໂດຍ​ໄດ້​ພົບ​ປະ​ກັບ​ທ່ານ ໄຊ​ຊຸມ ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນ ປະ​ທານ​ສະ​ພາ​ຕ່ຳ​ຂອງ​ກຳ​ປູ​ເຈຍ, ທ່ານ​ ເຕບໂງ່ນ ກຳ​ມະ​ການ​ປະ​ຈຳສູນ​ກາງ​ພັກ​ປະ​ຊາ​ຊົນ ຮອງ​ປະ​ທານ​ຜູ້​ທີ 1 ຂອງ​ສະ​ພາ​ຕ່ຳ​ກຳ​ປູ​ເຈຍ ແລະ ທ່ານ ໂນ​ໂຣ​ດົມ ຣະນາ​ຣິດ ປະ​ທານ​ພັກ​ຟຸນ​ຊິນ​ເປັກ​ກຳ​ປູ​ເຈຍ, ແລະ​ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ເໜີ​ຫົວ​ຂໍ້​ຕົ້ນ​ຕໍ​ກ່ຽວ​ກັບ​ເນື້ອ​ໃນຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໃຫ້​ແກ່​ພັກ​ການ​ເມືອງ​ທີ່​ສຳ​ຄັນ,ສະ​ພາ​ຜູ້​ຊົງ​ຄຸນ​ວຸດ​ທິ​ແລະ​ສື່ມວນ​ຊົນ​ຂອງ​ກຳ​ປູ​ເຈຍ ໂດຍ​ຕົ້ນ​ຕໍ​ໄດ້​ບັນ​ລະ​ຍາຍ​ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ທີ່​ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ສະ​ເໜີ​ອອກ.

ວົງ​ການ​ຕ່າງໆ​ຂອງ​ກຳ​ປູ​ເຈຍ​ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ແລະ​ມີຄວາມ​ໝາຍ​ທົ່ວໂລກ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ແລະ​ກ່າວ​ວ່າ​ຍິນ​ດີ​ຖື​ໂອ​ກາ​ດ​ນີ້ ເລັ່ງ​ລັດ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ດ້ານ​ການ​ພັດ​ທະ​ນາ​ລະ​ຫວ່າງ​ສອງ​ປະ​ເທດ,ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ