ການ​ພັດ​ທະ​ນາ​ພະ​ລັງ​ງານ​ໝູນ​ວຽນ​ຂອງ​ຈີນ​ໄດ້​ນຳ​ໜ້າ​ໂລກ
2017-12-27 16:26:45  cri 
ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ລາຍ​ງານ​ວ່າ, ກອງ​ປະ​ຊຸມ​ວຽກ​ງານ​ພະ​ລັງ​ງານ​ທົ່ວ​ປະ​ເທດ​ຈີນ 2018 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 26 ທັນ​ວາ​ນີ້, ທ່ານ​ນົວ ປາຍ​ເຄີ​ລີ ຫົວ​ໜ້າ​ອົງ​ການ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ເປີ​ດ​ເຜີຍ​ວ່າ, ຄາດ​ວ່າ​ໝົດ​ປີ 2017, ຍອດ​ຈຳ​ນວນ​ການ​ຜະ​ລິດ​ພະ​ລັງ​ງານ​​ທົ່ວ​ປະ​ເທດ​ຈະ​ບັນ​ລຸ​ເທົ່າ​ກັບຖ່ານ​ຫີນ​ມາດ​ຕະ​ຖານ 3 ຕື້ 600 ລ້ານ​ໂຕນ, ໃນ​ນັ້ນ​ພະ​ລັງ​ງານ​ໝູນ​ວຽນ​ໄດ້​ກວມ 17,6%, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ 2012 ເພີ່ມ​ຂຶ້ນ 6,4%. ຍອດ​ຈຳ​ນວ​ນ​ຄວາມ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ມີ​ເຖິງ 1 ຕື້ 770 ລ້ານ​ກິ​ໂລ​ວັດ, ໃນ​ນັ້ນ​​ຄວາມ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ໝູນ​ວຽນ​ໄດ້​ກວມ 38,1%, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ 2012 ເພີ່ມ​ຂຶ້ນ 9,6%, ແມ່ນ​ໄລ​ຍະ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.

ປີ 2017, ຍອດ​ຈຳ​ນວນ​​ຄວາມ​ສາ​ມາດຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ໝູນ​ວຽນ​ບັນ​ລຸ​ເຖິງ 656 ລ້ານ​ກິ​ໂລ​ວັດ, ​ເຮັດ​ໃຫ້​ຄວາມ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ນ້ຳ, ພະ​ລັງ​ລົມ​, ພະ​ລັງ​ແສງ​ຕາ​ເວັນ​ແລະ​ພະ​ລັງ​ນິວ​ເຄຼຍ​ເປັນ​ອັບ​ດັນ​​ໜຶ່ງ​ໃນ​ໂລກ, ກາຍ​ເປັນ​ຜູ້​ນຳ​ໜ້າ​ໃນການ​ພັດ​ທະ​ນາ​ພະ​ລັງ​ງານ​ໝູນ​ວຽນ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ