ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ຖືກສັ່ງ​ຫ້າມ​ອອກ​​ນອກ​ປະ​ເທດ​ຍ້ອນ​ຄະ​ດີ​ວັກ​ແຊງໄຂ້​ເລືອດ​ອອກ
2017-12-27 16:28:19  cri 
ວັນ​ທີ 23 ທັນ​ວາ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຟີ​ລິບ​ປີນ​ໄດ້​ລົງ​ນາມ​ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້​ອອກ​ປະ​ເທດ​ສະ​ບັບ​ໜຶ່ງໂດຍ​ຊີ້​ວ່າ​ຍ້ອນ​ວ່າ​​ໂຄງ​ການ​ສັກ​ຢາ​ວັກ​ແຊງ​ປ້ອງ​ກັນ​ໄຂ້​ເລືອດ​ອອກ​ທີ່​ເລີ່ມ​ປະ​ຕິ​ບັດ​ເມື່ອ​ລັດ​ຖະ​ບານ​ອາ​ກີ​ໂນ​ນັ້ນ​ພວມ​ໄດ້​ຮັບ​ການກວດ​ກາ, ສະ​ນັ້ນ​ທ່ານ​ເບ​ນິກ​ໂນ ​ອາ​ກີ​ໂນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ, ລັດ​ຖະ​ມົນ​ຕີ​ຫຼາຍ​ທ່ານ​ຂອງ​ລັດ​ຖະ​ບານ​ຊຸດ​ຜ່ານ​ມາ, ເຈົ້າ​ໜ້າ​ທີ່​​ລະ​ດັບ​ສູງ​ຂອງ​ບໍ​ລິ​ສັດ​ຊະ​ໂນ​ຟີ ບັ​ສ​ເຕີເຊິ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ວັກ​ແຊງ​​ປ້ອງ​ກັນໄຂ້​ເລືອດ​ອອກ​​ຂອງຝ​ຣັ່ງ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ອອກ​ຈາກ​ຟີ​ລິບ​ປີນ, ນອກ​ຈາກ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ກ່ອນ.

ບໍ​ລິ​ສັດ​ຊະ​ໂນ​ຟີ ​ປັ​ສ​ເຕີ ເຊິ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ຢາ​ຝ​ຣັ່ງ​ໄດ້​ສາ​ລະ​ພາບ​ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ​ນີ້​ວ່າ, ວັກ​ແຊງ​​ປ້ອງ​ກັນໄຂ້​ເລືອດ​ອອກ​ທີ່​ບໍ​ລິ​ສັດ​ຕົນ​ຜະ​ລິດ​ນັ້ນ​ອາດ​ມີ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ. ຟີ​ລິບ​ປີນ​ໄດ້​ຈັດ​ຊື້​ວັກ​ແຊງ​ດັ່ງ​ກ່າວ​ຢ່າງ​ຫຼວງ​ຫຼາຍ​ເລີ່ມ​ແຕ່​ປີ 2016 ມາ​ນີ້​ໂຄງ​ການ​ສັກ​ຢາວັກ​ແຊງ​ປ້ອງ​ກັນ​ໄຂ້​ເລືອດ​ອອກ, ແຜນ​ການ​ດັ່ງ​ກ່າວ​ໄດ້​ໃຊ້​​ງົບ​ປະ​ມານ 3 ຕື້ 500 ລ້ານ​ເປ​ໂຊ​ຫຼື​ປະ​ມານ 70 ລ້ານ​ໂດ​ລາ​ສະ​ຫະ​ລັດ. ມາ​ຮອດ​ປັດ​ຈຸ​ບັນ​ມີ​ເດັກ​ນ້ອຍ​ຫຼາຍ​ກວ່າ 7 ແສນ​ຄົນ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ແຊງ​ດັ່ງ​ກ່າວ. ໃນ​ຕົ້ນ​ເດືອນ​ທັນ​ວາ​ນີ້, ກະ​ຊວງ​ຍຸ​ຕິ​ທຳ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກແລະ​ສະ​ພາ​ສູງ​ຟີ​ລິບ​ປີນ​ໄດ້​ດຳ​ເນີນ​ການກວດ​ກາ​ຕໍ່​​ໂຄງ​ການ​ສັກ​ຢາວັກ​ແຊງ​ທີ່​ລັດ​ຖະ​ບານ​ອາ​ກີ​ໂນ​ອະ​ນຸ​ມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ