ຈີນ​ຍິນ​ດີ​ຊ່ວຍ​ເຫຼືອ​ຟິລິປິ​ນທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລົມພາຍຸ​​ເຂດ​ຮ້ອນ
2017-12-27 15:59:58  cri 
ວັນ​ທີ 26 ທັນວາ​ນີ້, ທ່ານ​ຮ້ວາ​ຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​ກ່າວ​ວ່າ: ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ໂທລະສັບ​ກັບ​ທ່ານ​ໂຣດຣີ​ໂກ ​ດູເຕີເຕ ປະທານາທິບໍດີ​ຟິລິປິ​ນ, ​ຢ້ຽມຢາມ​ຖາມ​ຂ່າວ​ຕໍ່​ຄວາມ​ເສຍ​ຫາຍ​, ​ຜູ້​ເສຍ​ຊີວິດ ​ແລະ​ຜູ້​​ໄດ້​ຮັບ​ບາດເຈັບເນື່ອງ​ຈາກ​ລົມພາຍຸ​ເຂດ​ຮ້ອນ "​ແຕມ​ປິນ" ​ແລະ​ຈີນ​ຍິນ​ດີ​ໃຫ້​ການ​ຊ່ວຍ​ເຫຼືອ.

​ມໍ່ໆ​ນີ້, ລົມພາຍຸ​​ເຂດ​ຮ້ອນ "​ແຕມ​ປິນ" ​​​ໄດ້​ພັດ​ເຂົ້າ​​ເກາ​ະມິນ​ດາ​ນາວຟິລິປິ​ນ ​​ເຮັດ​​ໃຫ້​ເກີດ​ນ້ຳ​ຖ້ວມ, ດິນ​ເຈື່ອນ ແລະອື່ນໆ, ມີ​ຜູ້​ເສຍ​ຊີວິດ 200 ຄົນ, ຫາຍສາບ​ສູນ 159 ຄົນ ​ແລະ 7 ໝື່ນ​ຄົນ​ບໍ່​ມີ​ທີ່​ພັກ​ອາ​ໄສ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ