ຣັດ​ເຊຍ​ຍິນ​ດີ​ຮ່ວມ​ມື​ກັບ​ທຸກ​ໆປະ​ເທດ
2017-12-27 16:04:03  cri 
ວັນ​ທີ 26 ທັນວາ​ນີ້, ​​​ເວບ​ໄຊ​ປະ​ທາ​ນາ​ທິບໍດີຣັດ​ເຊຍ​​ເປີດ​ເຜີຍ​ວ່າ: ​ທ່ານວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍ​ດີຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 25 ທັນວາ​ນີ້ ​ເມື່ອ​​ພົບ​ປະ​ກັບ​ການ​ນຳສະພາ​ສະຫະພັນຣັດ​ເຊຍ​ວ່າ: ປະ​​ເທດ​ຕົນມີ​ທ່າ​ທີ​ເປີດ​ປະຕູ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ​ແລະ​ຍິນ​ດີ​ພັດທະນາ​ສາຍ​ພົວພັນ​ກັບທຸກປະ​ເທດ​ທີ່​ຢາກ​ຮ່ວມ​ມື​ກັບ​ປະ​ເທດ​ຕົນ.

ທ່ານ​ວະ​ເລັນຕີນ ມັດ​ວິ​ຢັນ​ໂກ ປະທານ​ຄະນະ​ກຳມະການສະຫະພັນຣັດ​ເຊຍ​ກ່າວ​ວ່າ: ນັບ​​ແຕ່ຕົ້ນ​ປີ​ນີ້, ອິດ​ທິພົນ​ດ້ານ​ການ​ເມືອງຂອງຣັດ​ເຊຍ​​ໄດ້ເຕີບ​ໃຫຍ່​ຂະຫຍາຍຕົວຕື່ມ​ອີກ. ​ການມີ​ເຈຕະນາ​ໃຫ້​ປະ​​ເທດ​ຕົນ​ໂດດດ່ຽວນັ້ນຮັບຄວາມ​ແມ່ນ​ໄດ້ປະລາ​ໄຊ.

ນັບ​ແຕ່ປີ 2014 ​ເປັນ​ຕົ້ນ​ມາ, ອາ​ເມ​ລິ​ກາ, ​ເອີຣົບ ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ​ອີງ​ໃສ່​ບັນຫາ​ອູ​ແກຼນ​ເປັນ​ຂໍ້​ອ້າງ​ດຳ​ເນີນ​​ການ​ຂວ້ຳບາດ​ຕໍ່ຣັດ​ເຊຍ, ສະ​ນັ້ນ ຣັດ​ເຊຍຈຶ່ງ​ມີ​ສາຍ​ພົວພັນ​ທີ່ບໍ່​ດີ​ກັບ​ບັນດາ​ປະ​ເທດ​ຕາ​​ເວັນ​ຕົກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ