ສຳ​ເລັດ​ການ​ແຂ່ງຂັນ​ລົດຣາລີ​ສາກົນ​ຈີນ-ອາ​ຊຽນ 2017 ຢູ່​ອິນ​ໂດ​ເນ​ເຊຍ
2017-12-28 15:28:57  cri 

ພິທີ​ສຳ​ເລັດ​ການ​ແຂ່ງຂັນ​ລົດຣາລີ​ສາກົນ​ຈີນ-ອາ​ຊຽນ 2017 ກໍ​ຄື ການ​ແຂ່ງຂັນ​ລົດຣາລີ​ສື່​ມວນ​ຊົນ​ຈີນ-ອາ​ຊຽນ ​ໄດ້​ຈັດ​ຂຶ້ນຢູ່​ມະຫາວິທະຍາ​ໄລ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 27 ທັນວາ​ນີ້ ​ໂດຍ​ທ່ານ​ຈຽງ​ສິນ ອຸປະ​ທູດ​ຊົ່ວຄາວ​ຂອງ​ຈີນ​ປະຈຳ​ອາ​ຊຽນ ​ແລະ ທ່ານ​ອັກ ​ໂມ​ຊະ​ຕານ ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ​ເຂົ້າຮ່ວມ.

ທ່ານ​ໂມ​ຊະ​ຕານ ກ່າວ​ວ່າ: ຜູ້​ຂັບ​ລົດ​ທີ່​​ເຂົ້າຮ່ວມການ​ແຂ່ງຂັນ ​ໄດ້​ເຫັນ ​ແລະສຳຜັດ​ກັບ​ມິດຕະພາບ​ແລະການ​ຮ່ວມ​ມືລະຫວ່າງ​ຈີນ​ແລະອາ​ຊຽນ​ຕະຫຼອດທາງ​ໃນ​ການ​ແຂ່ງຂັນ ​ເຊິ່ງບໍ່​ພຽງ​ແຕ່​ເສີມ​ຂະຫຍາຍ​ໄມຕີ​ຈິດ​ມິດຕະພາບ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ຕໍ່​ວັດທະນະທຳ​ແລະ​ປະ​ເພນີ​ບັນດາ​ປະ​ເທດ​ອີກ​ດ້ວຍ. ຫວັງ​ວ່າ ຜູ້​ຂັບ​ລົດ​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ຈະ​ສືບ​ຕໍ່​ພະຍາຍາມ​ເພື່ອ​ຊຸກຍູ້​ໄມຕີ​ຈິດ​ມິດຕະພາບ​ແລະການ​ເຊື່ອມ​ສຳພັນ​ທາງ​ຈິດ​ໃຈ​ຂອງ​ປະຊາຊົນ​ຈີນ​ແລະ​ອາ​ຊຽນ.

ຂ່າວ​ລາຍ​ງານ​ວ່າ: ຜູ້​ຂັບ​ລົດ ​ແລະ​ນັກ​ຂ່າວ 40 ກວ່າ​ທ່ານ ​ຈາກ​ຈີນ​ແລະອາ​ຊຽນ​ໄດ້​ຂັບ​ລົດ​ອອກ​ຈາກ​ເຂດ​ກວາງຊີ ສປ ຈີນ​ເມື່ອວັນ​ທີ 11 ທັນວາ​ນີ້ ​ແລະ​ໃຊ້​ເວລາ 17 ວັນ, ​ແລ່ນ​ຜ່ານ 10 ປະ​ເທດ​ອາ​ຊຽນ, ​ໄລຍະ​ທາງ​ແຂ່ງຂັນ​ປະມານ 10.000 ກິ​ໂລ​ແມັດ ​ແລະ​ສຸດ​ທ້າຍ​ກໍ​ໄດ້​ເດີນທາງ​ຮອດ​ນະຄອນຫຼວງຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍດ້ວຍ​ຄວາມ​ປອດ​ໄພ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ