ຄາດ​ວ່າ ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ປີ 2017 ຈະ​ເພີ່ມ​ຂຶ້ນ 6,81%
2017-12-28 16:41:53  cri 
ອົງ​ການສະ​ຖິ​ຕິ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ໃນ​ວັນ​ທີ 27 ທັນ​ວາ​ນີ້​ວ່າ: ຄາດ​ວ່າ ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​​ຫຼື GDP ຂອງ​ຫວຽດ​ນາມ​ໃນ​ປີ 2017 ຈະ​ເພີ່ມ​ຂຶ້ນ 6,81%, ຫຼາຍກວ່າ​ເປົ້າ​ໝາຍ​ທີ່​ຄາດ​ໄວ້ 6,7%.

ຫວ່າງ​ມໍ່ໆ​ມາ​ນີ້, ທະ​ນາ​ຄານ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫວຽດ​ນາມ​ສະ​ບັບ​ໃໝ່ຊີ້ໃຫ້​ເຫັນ​ວ່າ: ຄວາມ​ຕ້ອງ​ການ​ພາຍ​ໃນ​ທີ່​ເຂັ້ມ​ແຂງ,ການ​ສົ່ງ​ອອກອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ເຂັ້ມ​ແຂງກໍ​ຄື​ພາກ​ສ່ວນ​ກະ​ສິ​ກຳ​ທີ່​ຟື້ນ​ຟູ​ເປັນ​ປົກ​ກະ​ຕິ​ເປັນ​ເທື່ອ​ລະ​ກ້າວ​ໄດ້​ກາຍ​ເປັນ​ພະ​ລັງ​ແຮງ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຫວຽດ​ນາມ.

ກະ​ຊວງ​ແຜນ​ການ​ແລະການ​ລົງ​ທຶນ​ຫວຽດ​ນາມ​ໄດ້​ເປີດ​ເຜີຍ​​ຂໍ້​ມູນ​ຫຼ້າ​ສຸດ​​ວ່າ: ປີ 2017, ຫວຽດ​ນາມ​ໄດ້​ດຶງ​ດູດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ໂດຍ​ກົງ​ຫຼາຍກວ່າ 35 ຕື້​ໂດ​ລາ​ສະ​ຫະ​ລັດ,ມູນ​ຄ່າ​ການ​ລົງ​ທຶນ​ຕົວ​ຈິງ​ມີ​ເຖິງ​ 17 ຕື້​ໂດ​ລາ​ສະ​ຫະ​ລັດ.

ຂ່າວ​ແຈ້ງຕື່ມວ່າ: ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ຮັບ​ຮອງ​ມະ​ຕິ​ໃນ​ເດືອນ​ຜ່ານ​ມາ ໄດ້​ຕັ້ງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຂອງ GDP ປີ 2018 ເປັນ 6,5% ຫາ 6,7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ