ທ່ານ ປູ​ຕິນ ຍື່ນ​ເອ​ກະ​ສານສະ​ໝັກ​ຮັບ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ໃຫ້ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ​ຣັດ​ເຊຍ
2017-12-28 16:42:55  cri 
ວັນ​ທີ 27 ທັນ​ວາ​ນີ້, ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຍື່ນ​ເອ​ກະ​ສານ​​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີປີ 2018 ໃນ​ຖາ​ນະ​ເປັນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເອ​ກະ​ລາດ​ໃຫ້​ຄະ​ນະ​ກຳ​ມະ​ການເລືອກ​ຕັ້ງ​ສູນ​ກາງ​ຣັດ​ເຊຍ. ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ກ່າວ​ວ່າ​: ຈະ​ສຳ​ເລັດ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາເອ​ກະ​ສານພາຍ​ໃນ 5 ວັນ.

ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຂອງ​ຣັດ​ເຊຍ​ລະ​ບຸ​ວ່າ: ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສາ​ມາດ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ໂດຍ​ຜ່ານ​ສອງຊ່ອງ​ທາງຄື:ການ​ສະ​ເໜີ​ຊື່​ຈາກ​ພັກ​ການ​ເມືອງ​ແລະ​ສະ​ເ​ໜີ​ດ້ວຍ​ຕົນເອງ. ພັກ​ການ​ເມືອງ​ສາ​ມາດ​ສະ​ເໜີ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຂອງ​ຕົນ, ສ່ວນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຈຳ​ເປັນ​ຕ້ອງ​ຮຽກ​ໂຮມ​ໜ່ວຍ​​ທີີ່​ມີ​ສະ​ມາ​ຊິກ​ຈຳ​ນວນບໍ່​ໜ້ອຍກວ່າ 500 ຄົນ,ພ້ອມ​ທັງ​ເກັບ​ກຳລາຍ​ເຊັນ​ຈາກ​ຜູ້​ສະ​ໜັບ​ສະ​ໜູນ 300.000 ຄົນ,ສ່ວນ​ລາຍ​ເຊັນ​ທີ່​ເກັບ​ກຳ​ໄດ້​ຢູ່​ທຸກ​ເຂດ​ນັ້ນ​ບໍ່​ໃຫ້​ຫຼາຍກວ່າ 7.500 ລາຍ​ເຊັນ.

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ປູ​ຕິນ ໄດ້​ປະ​ກາດ​ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ຖາ​ນະ​ເປັນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເອ​ກະ​ລາດ. ໃນ​ວັນ​ທີ 26 ທັນ​ວາ​ນີ້, ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ປູ​ຕິນ 668 ຄົນ​ໄດ້​ຈັດ​ກອງ​ປະ​ຊຸມ ເພື່ອ​ສ້າງ​ໜ່ວຍ​​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ,ສະ​ເໜີ​ທ່ານ ປູ​ຕິນ ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ