ປີ 2017 ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຫວຽດ​ນາມ​ຫຼາຍກວ່າ 4 ລ້ານ​ເທື່ອ​ຄົນ
2017-12-28 14:44:18  cri 
ອົງ​ການ​ສະ​ຖິ​ຕິ​​ແຫ່ງ​ຊາດ​ຫວຽດ​ນາມ​ເປີດ​ເຜີຍ​ໃນ​ວັນ​ທີ 27 ທັນ​ວາ​ນີ້​ວ່າ, ໃນ​ປີ 2017 ປະ​ເທດ​ຕົນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ຫຼາຍກວ່າ 4 ລ້ານ​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 48,6%.
ສະ​ຖິ​ຕິນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ​ນີ້​ຫວຽດ​ນາມ​ໄດ້​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 12 ລ້ານ 9 ແສນ​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່າ​ນ​ມາ​ເພີ່ມ​ຂຶ້ນ 29,1%. ໃນ​ນັ້ນ​ຈຳ​ນ​ວນ​ນັກ​ທ່ອງ​ທ່ຽວ ສ​ ເກົາ​ຫຼີ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ, ​ຄື 56,4%, ຖັດ​ມາ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈີນ​ເພີ່ມ​ຂຶ້ນ 48,6% ແລະ​ອັນ​ດັບ​ສາມ​ແມ່ນ​ນັກ​ທ່ອງ​ທ່ຽວ​ຣັດ​ເຊຍ​​ໄດ້​ເພີ່ມ​ຂຶ້ນ 32,3%.

ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ​ເຄີຍ​ເປີດ​ເຜີຍ​ໃນ​ຕົ້ນ​ປີ​ນີ້​ວ່າ, ​ຫວຽດ​ນາມ​ພວມ​​ສຸມ​ໃສ່​ການໂຄ​ສະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕົ້ນ​ຕໍ​ຂອງ​ຕົນ​ຢູ່​ປະ​ເທດ​ຈີນ, ແລະ​ປັບ​ປຸງ​ບໍ​ລິ​ສັດທ່ອງ​ທ່ຽວ​ທີ່​ບໍ່​​ໄດ້ມາດ​ຕະ​ຖານ, ​ແລະຫວັງ​ວ່າ​ປີ​ນີ້​ຫວຽດ​ນາມ​ຈະ​ສາ​ມາດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ປະ​ມານ 4 ລ້ານ​ເທື່ອ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ