ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຕົກ​ລົງ​ປັບ​ປຸງ​ໂຄງ​ປະ​ກອບ​​ການ​ນຳ​ພາ​ແລະ​ບັນ​ຊາກອງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຈີນ
2017-12-28 15:06:17  cri 
ຫວ່າງ​ມໍ່ໆ​ມາ​ນີ້, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ພິມ​ຈຳ​ໜ່າຍ "ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ປັບ​ປຸງ​ໂຄງ​ປະ​ກອບ​ການ​ນຳ​ພາ​ແລະ​ບັນ​ຊາກອງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຈີນຂອງ​ສູນ​ການ​ພັກ​ກອມ​ມູ​ນິດ​ຈີນ", ເລີ່ມ​ແຕ່​ສູນ​ໂມ​ງວັນ​ທີ 1 ມັງ​ກອນ​ປີ 2018 ເປັນ​ຕົ້ນ​ໄປ, ກອງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດ​ຈະ​ນຳ​ພາ​ໂດຍ​ສູນ​ກາງ​ພັກ​ແລະ​ຄະ​ນະ​ກຳ​ມະ​ການ​​ການທະ​ຫານ​ສູນ​ກາງ​, ຈະ​ປະ​ຕິ​ບັດ​ໂຄງ​ປະ​ກອບ​ບັນ​ຊາ​ແບບ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ນຳ​ພາ​ກອງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດແລະ​ກອງ​ຕຳ​ຫຼວດບັນ​ຊາໂດຍ​ຜູ້​ນຳ​ກອງ​ຕຳ​ຫຼວດ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຊີ້​ໃຫ້​ເຫັນ​ວ່າ, ກອງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດ​ຂຶ້ນ​ກັບ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​, ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ອີກ. ການ​ກໍ່​ສ້າງກອງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດ​ຈະ​ຈັດ​ຕັ້ງ​ແລະ​ນຳ​ພາ​ຕາມ​ການ​ພົວ​ພັນ​ໂຄງ​ຮ່າງ​ທີ່​ກຳ​ນົດ​ໂດຍ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​. ພ​າກ​ສ່ວນ​ທີ່​ກ່ຽວ​ຂ້ອງຂອງ​ສູນ​ກາງ​ພັກ​ແລະ​ລັດ​ຖະ​ບານ, ຄະ​ນະ​ພັກ​ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ຄວນ​ສ້າງ​ກົນ​ໄກ​ປະ​ສານ​ງານ​ວຽກ​ງານ​ກັບ​ກອງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດ​ທຸກ​ຂັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ