ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຜ່ານ​ງົບ​ປະ​ມານ​ປີ 2018 ຫາ​ປີ 2019
2017-12-28 16:55:09  cri 
ໂຄ​ສົກ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປີດ​ເຜີຍ​ໃນ​ວັນ​ທີ 27 ທັນ​ວາ​ນີ້ວ່າ, ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາດໄດ້​ຜ່ານ​ງົບ​ປະ​ມານ​ສອງ​ປີ 2018-2019 ທີ່​ມີ​ມູນ​ຄ່າ 5 ຕື້ 397 ລ້ານ​ໂດ​ລາ​​ສະ​ຫະ​ລັດໃນ​ວັນ​ທີ 24 ທັນ​ວາ​ນີ້. ງົບ​ປະ​ມານ​ນີ້​ຕ່ຳ​ກວ່າ​ງົບ​ປະ​ມານ​ປີ 2016-2017 286 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ງົ​ບ​ປະ​ມານ​ດັ່ງ​ກ່າວ​ລວມ​ທັງ​ການ​ໃຊ້​ຈ່າຍ​ປະ​ຈຳ​ວັນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວຽກ​ງານ​ການ​ເມືອງ, ກົດ​ໝາຍ​ແລະ​ຍຸ​ຕິ​ທຳ​ສາ​ກົນ, ການ​ຮ່ວມ​ມື​ພາກ​ພື້ນ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ, ວຽກ​ງານ​ສິດ​ທິ​ມະ​ນຸດ​ແລະ​ມະ​ນຸດ​ສະ​ທຳ, ວຽກ​ງານ​ຖະ​ແຫຼງ​ຂ່າວ​ແລະ​ອື່ນໆ. ​ງົບ​ປະ​ມານ​ທີ່​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຜ່ານການ​ຮັບ​ຮອງ​ນັ້ນ​ໄດ້​ຕ່ຳ​ກວ່າ​ຂໍ້​ສະ​ເໜີ​ຂອງ​ທ່ານ​ເອນ​ໂຕ​ນີ​ໂອ ກູ​ເຕີ​ເລ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ 193 ລ້ານ​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ