ສູນ​ຮ່ວມ​ມື​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ເລີ່​ມ​ປະຕິບັດ​ໜ້າ​ທີ່​ແລ້ວ
2017-12-29 11:04:30  cri 

ພິທີ​ເລີ່​ມ​ເຮັດ​ວຽກ​ຂອງສູນ​ການ​ຮ່ວມ​ມື​ການ​ປະຕິບັດກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ຄຸນ​ໝິງ​ແຂວງ​ຢຸນນານ ສປ ຈີນ​ໃນ​ວັນ​ທີ 28 ທັນວາ​ນີ້ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ອົງການ​ຈັດຕັ້ງສາກົນ​ການ​ຮ່ວມ​ມືລະຫວ່າງລັດຖະບານດ້ານ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງອົງການ​ທຳ​ອິດ​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ແລ້ວ. ທ່ານຫຼິວ​ເຢ້ຈິ້ນ ສະມາຊິກ​ຄະນະ​ພັກກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ, ຜູ້​ຮັບຜິດຊອບ​ຕ້ານ​ການ​ກໍ່​ການ​ຮ້າຍ ​ໄດ້​​ກ່າວ​ປາ​ໄສ​ໃນ​ພິທີ​ດັ່ງກ່າວວ່າ: ການ​ສ້າງຕັ້ງສູນຮ່ວມ​ມືການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄດ້​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ຂີດ​ໝາຍ​ໃນ​ປະຫວັດສາດ​ໃນ​ການຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​​ແລະແມ່ນຍອດ​​ແຫ່ງ​ສະຕິ​ປັນຍາ​ຂອງລັດຖະບານ​ປະ​ເທດ​ຕ່າງໆ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ຄວາມ​ສ່ຽງ​ແລະການ​ປ່ຽນ​ແປງຂອງ​ສະຖານະ​ການ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ.

ຜູ້​ແທນ​ບັນດາ​ປະ​ເທດ​ທີ່​ເຂົ້າຮ່ວມ​ພິທີ​ດັ່ງກ່າວ ​ໄດ້​ເປັນ​ເອກະ​ພາບ​ກັນ​ຢືນຢັນ​ຕໍ່​ຈີນ​ທີ່​​ໄດ້​ຕັ້ງໜ້າປະກອບສ່ວນ​ເພື່ອ​ສ້າງຕັ້ງສູນ​ດັ່ງກ່າວ​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ ​ແລະ​ກ່າວ​ວ່າ ຍິນ​ດີ​ຮ່ວມ​ກັບ​ຈີນ​ເສີມສ້າງສະຕິ​ການ​ຮ່ວມ​ມື, ການ​ແລກປ່ຽນ ​ແລະ ປະສານ​ງານ ທັງ​ເພີ່ມ​ ຊັບພະຍາກອນ​ດ້ານ​ຕ່າງໆ​ເຂົ້າ​ໃສ່​ການ​ຮ່ວມ​ມື​ດັ່ງກ່າວ​ໃນ​ຕໍ່ໜ້າ ​ເພື່ອ​ຊຸກຍູ້​ສູນຮ່ວມ​ມື​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​​ໃຫ້​ພັດທະນາ​ຢ່າງ​ໝັ້ນທ່ຽງ​ແລະຕໍ່​ເນື່ອງ ​ແລະ​ກາຍ​ເປັນ​ສິ່ງ​ຄ້ຳປະກັນ​ການ​ພັດທະນາ​ໂດຍ​ສັນຕິຂອງ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ