ການ​ບໍລິ​​ໂພ​ກ​ຂອງຄົນ​ໄທໃນ​ໄລຍະ​ປີ​ໃໝ່​​​ອາດ​ຈະ​ສ້າງ​ສະຖິຕິ​ໃໝ່​ໃນ​ຮອບ 13 ປີ
2017-12-29 16:31:52  cri 

ມະຫາວິທະຍາ​ໄລ​ຫໍ​ການ​ຄ້າ​ໄທ ໄດ້​ເຜີຍໃນ​ວັນ​ທີ 28 ທັນວາ​ນີ້​ວ່າ: ອີງ​ຕາມ​ການ​ສຳຫຼວດການ​ບໍລິ​ໂພ​ກຂອງ​ປະຊາຊົນ​ໃນ​ໄລຍະປີໃໝ່ 2018 ປາກົດ​ວ່າ ຄົນ​ໄທ​ອາດ​ຈະ​ໃຊ້​ຈ່າຍ​ໃນ​ການ​ບໍລິ​ໂພ​ກ​ເຖິງ 132 ຕື້​ບາດ​ໃນ​ໄລຍະ​ປີ​ໃໝ່​ນີ້ ​ເຊິ່ງ​ເປັນ​ສະຖິຕິ​ໃໝ່​ໃນ​ຮອບ 13 ປີຜ່ານມາ.

ມະຫາວິທະຍາ​ໄລ​ຫໍ​ການ​ຄ້າ​ໄທ ​ເຫັນ​ວ່າ ສາ​ເຫດ​ດັ່ງກ່າວ​ຕົ້ນຕໍ​ແມ່ນ ປະຊາຊົນ​ໄທ​ເຫັນ​ວ່າ ​ເສດຖະກິດ​ແຫ່ງ​ຊາດ​ຕົນ​ກຳລັງ​ດີ​ຂຶ້ນ ​ແລະ ຍິນ​ດີ​ນຳ​ໃຊ້​ເງິນ​ອອມ​ສິນ​ແລະ​ເງິນ​ເດືອນ​ຂອງ​ຕົນ​ໄປ​ຊື້​ສິນຄ້າ​ແລະ​ການ​ບໍລິການ​ທີ່​ຖືກ​ໃຈໃນ​ໄລຍະ​ປີ​ໃໝ່ ນອກນີ້ ກໍ​ຍິນ​ດີ​ບໍລິ​ໂພ​ກ​ໃນ​ດ້ານ​ການທ່ອງທ່ຽວ​ເຊັ່ນ​ດຽວ​ກັນ ​ເຊິ່ງ​ຈະ​ຊ່ວຍ​ໃຫ້​ຈັງຫວະ​ການ​ເຕີບ​ໂຕ​ຂອງ​​ເສດຖະກິດໄທ​ໃນ​ປີ​ນີ້​ເພີ່ມ​ຈາກ 3,9% ທີ່​ຄາດ​ໄວ້​ຂຶ້ນ​ເປັນ 4%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ