ໃນ 5 ປີ​ຜ່ານ​ມາ​ຕົວ​ເມືອງ​ຈີນ​ໄດ້ສ້າງ​ວຽກ​​ເຮັດງານ​ທຳ​ຫຼາຍກວ່າ 65 ລ້ານ​ຄົນ
2017-12-29 16:35:22  cri 
ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ລາຍ​ງານ​ວ່າ: ກອງ​ປະ​ຊຸມ​ວຽກ​ງານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ປະ​ກັນ​ສັງ​ຄົມ​ທົ່ວ​ປະ​ເທດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 28 ທັນ​ວາ​ນີ້. ຂ່າວ​ແຈ້ງວ່າ, ໃນ 5 ປີ​ຜ່ານ​ມາ​ຫຼັງ​ກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ມາ​ນີ້, ຕົວ​ເມືອງ​ຈີນ​​ໄດ້​ສ້າງວຽກ​​ເຮັດງານ​ທຳ​​ໄດ້ຫຼາຍກວ່າ 65 ລ້ານ​ຄົນ, ອັດ​ຕາ​​ວ່າງ​ງານ​ທີ່​ໄດ້​ລົງ​ທະ​ບຽນ​ແລະ​​ໃນ​ຜົນ​ການ​ສຳ​ຫຼວດ​ລ້ວນ​ແຕ່​ຢູ່​ລະ​ດັບ​ຕ່ຳ​ສົມ​ຄວນ, ອັດ​ຕາ​ການ​ປະ​ກອບ​ອາ​ຊີບ​ເຮັດ​ຂອງ​ນັກຮຽນ​ຈົບ​ໂຮງ​ຮຽນ​ຊັ້ນ​ສູງ​ຫຼາຍກວ່າ 90%.

ທ່ານ​ອິ​ນ​ເວີ້ຍ​ມິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະປະ​ກັນສັງ​ຄົມ​ຈີນ​ກ່າ​ວ​ວ່າ, ໃນ 5 ປີ​ຜ່ານ​ມາ, ການ​ກໍ່​ສ້າງ​ຖັນ​ແຖວ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໄດ້​ເພີ່ມ​ຂຶ້ນ​ຕື່​ມ​ອີກ, ລົງ​ເລິກ​ການ​ປະ​ຕິ​ຮູບ​ລະ​ບົບ​ຄຸນ​ວຸດ​ທິ​ອາ​ຊີບ​ຢ່າງ​ຮອ​ບ​ດ້ານ, ​ມີ​ເຕັກ​ນິກ​ວິ​ຊາ​ການຫຼາຍກວ່າ 230 ລ້ານ​ຄົນ, ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຕ່າງ​ປະ​ເທດ​ລະ​ດັບ​ສູງ 3 ລ້ານ​ເທື່ອ​ຄົນ, ພ້ອມ​ກັນ​ນັ້ນ​ລະ​ດັບການ​ຄຸ້ມ​ຄອງ​ບຸກ​ຄະ​ລາ​ກອນ​ຢ່າງ​ວິ​ທະ​ຍາ​ສາດ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ສະ​ຖາ​ນະ​ພາບ​​ການ​ຈັດ​ສັນ​ເງິນ​ເດືອນ​ກໍ​ປັບ​ປຸງ​ໃຫ້​ສົມ​ບູນ​ຂຶ້ນ​ເທື່ອ​ລະ​ກ້າວ, ກາ​ນ​ພົວ​ພັນ​ແຮງ​ງານ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ຂອງ​ຈີນ​ໄດ້​ປະ​ດິດ​ສ້າງ​ແລະ​ພັ​ດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ