ສະ​ຖານ​ກົງ​ສຸນ​ໃຫຍ່​ລາວ​ປະ​ຈຳ​ຊາງ​ຊ່າ​ເປີດ​ບໍ​ລິ​ການ, ​ການ​ຂໍ​ວິ​ຊາ​ສາ​ມາດ​​ຮັບ​ໄດ້​ພາຍ​ໃນ​ໜຶ່ງ​ມື້
2017-12-29 16:38:12  cri 

 

ວັນ​ທີ 28 ທັນ​ວາ​ນີ້, ສະ​ຖານ​ກົງ​ສຸນ​ລາວ​ປະ​ຈຳ​ນະ​ຄອນ​​ຊາງ​ຊ່າ​ແຂວງ​​ຮູນານ ສ​ປ ຈີນ​ເລີ່ມ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ. ທ່ານ​ໂລ​ຟູ້​ມິນ, ນັກ​ທຸ​ລະ​ກິດ​ແຂວງ​ຮູ​ນານ​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​​ຮັບ​ວີ​ຊາ​ໃບ​ທຳ​ອິດ​ຢູ່​ບ້ານ​ເກີດຂອງ​ຕົນ. ທ່ານ​ໂລ​ຟູ້​ມິນ​ໄດ້​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ​ເປັນ​ເວ​ລາ 5 ປີ​ແລ້ວ, ນັກ​ທຸ​ລ​ະ​ກິດ​ຈີນ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ​ຄື​ທ່ານ​ໂລ​ຟູ້​ມິນ​ມີ​ປະ​ມານ 1 ແສນ​ຄົນ.

ສະ​ຖານ​ກົງ​ສຸນ​ລາວ​ປະ​ຈຳ​ສາງ​ຊາ​ຕັ້ງ​ຢູ່​ຊັ້ນ 10 ຕຶກ B ຂອງ​ໂຮງ​ແຮມ​ຮວາ​ທ່ຽນ​ຖະ​ໜົນ​ເຈຍ​ຟັ້ງ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​​ຊາງ​ຊ່າ, ແມ່ນ​ສະ​ຖານ​ກົງ​ສຸນ​ໃຫຍ່​ລາວ​ປະ​ຈຳ​ຈີນແຫ່ງ​ທີ 6.

"​ຕາມ​ປົກ​ກະ​ຕິ​ແລ້ວ​ການ​ຂໍ​ວີ​ຊາຄວນ​ໃຊ້​ເວ​ລາ 3 ວັນ, ແຕ່​ຖ້າ​ຕ້ອງ​ການ​ດ່ວນແມ່ນ​ສາ​ມາດ​ຮັບ​ໄດ້​ພຍ​ໃນ​ໜຶ່ງ​ມື້​ເທົ່າ​ນັ້ນ", ທ່ານ ສີ​ທົນ ວິ​ໄລ​ຮັ​ກ ຕົວ​ແທນ​ກົງ​ສູນ​ລາວ​ປະ​ຈຳ​​ຊາງ​ຊ່າ​ໄດ້​ໃຫ້​ສຳ​ພາດຕໍ່​ນັກ​ຂ່າວ​​ວ່າ, ປັດ​ຈຸ​ບັນ​ສະ​ຖານ​ກົງ​ສຸນ​ດັ່ງ​ກ່າວ​ຕົ້ນ​ຕໍ​ເຮັດ​ວຽກ​ກ່ຽວ​ກັບ​​ຊີ​ຊາ, ພາ​ສ​​ປອດ, ອອກ​ໃບ​ຢັ້ງ​ຢືນ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ