ຄາດ​ວ່າ​ມູນ​ຄ່າ​ຂາ​ເຂົ້າຂາອອກ​ຂອງ​ຈີນ​​ໃນ​ປີ 2017 ຈະ​ບັນລຸ​ 4000 ຕື້​ໂດ​ລາ​ສະຫະລັດ
2017-12-29 16:15:13  cri 
ວັນ​ທີ 28 ທັນວາ​ນີ້, ທ່ານ​ກ່າວ​ເຟິ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຄາດ​ວ່າ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຂອງ​ປະ​ເທດ​ຕົນ​​ໃນ​ປີ 2017 ຈະ​ບັນລຸ 4000 ຕື້​ໂດ​ລາ​ສະຫະລັດອີກ​ເທື່ອ​ໜຶ່ງ.

ປີ 2013, ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ໄດ້​​ບັນລຸ​ເຖິງ 4000 ຕື້​ໂດ​ລາ​ສະຫະລັດ​ເປັນຄັ້ງ​ທຳ​ອິດ. ຫຼັງ​ຈາກ​ນີ້, ​ເນື່ອງ​ຈາກ​ສະພາບ​ການ​ການ​ຄ້າ​ສາກົນ​ບໍ່​ດີ​ປານ​ໃດ, ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ໃນ​ປີ 2015 ​ແລະ 2016 ລ້ວນ​ແຕ່​ຕ່ຳ​ກວ່າ 4000 ຕື້​ໂດ​ລາ.

ຂໍ້​ມູນ​​ທີ່​ເປີດ​ເຜີຍມໍ່​ໆ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ: 11 ​ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ໄດ້​ບັນລຸ 3703,2 ຕື້​ໂດ​ລາ ​ເພີ່ມ​ຂຶ້ນ 12% ທຽບ​ໃສ່​ໄລຍະ​ດຽວ​ກັນ ຈັງ​ຫວະ​ການ​​ເຕີບ​ໂຕລື່ນ​ຄາດ​ຫວັງ​ຂອງ​ຕະຫຼາດ. ນັກວິ​ເຄາະ​ວ່າ​: ​ໃນ​ເດືອນ​ທັນວາ​ນີ້ ມູນ​ຄ່າ​ຂາ​ອອກ​ຈະ​ຮັກສາ​ຈັງຫວະ​ການ​ເຕີບ​​ໂຕຢ່າງ​ວ່ອງ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ