ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ໄທຈະ​ຫຼຸດ​ຄວາມ​ໄວ​ລົງ
2017-12-29 16:21:30  cri 
ວັນ​ທີ 27 ທັນວາ​ນີ້, ໜັງສືພິມ​ບາງ​ໂພສ​ກອກ​ໄທ​ລາຍ​ງານ​ວ່າ: ​ເພື່ອ​ຫຼຸດ​ຕົ້ນ​ທຶນ​ໂຄງການ, ລົດ​ໄຟ​ຄວາມ​ໄວ​ສູງ​ບາງ​ກອກ-ຊຽງ​​​ໄໝ່​ຂອງ​ໄທ​ທີ່​ຮັບ​ເໝົາ​ໂດຍ​ຍີ່ປຸ່ນ​​ຈຳ​ເປັນ​ຕ້ອງ​ຫຼຸດຄວາມ​ໄວ​ລົງ. ທ່ານ​ສົມ​ຄິດ ຈະຕຸ​ສິພິທັກ ຮອງ​ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ: ທ່ານປຣະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ​ໄດ້​ຊີ້​ໃຫ້​ກະຊວງ​ຄົມ​ມະ​ນາ​ຄົມ​ໄທ​ຊອກ​ຫາ​ວິ​ທີ​ຫຼຸ​ດຄວາມ​ໄວ​ລົງຈາກ 300 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ເປັນ 180-200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ທ່ານ​ກ່າວ​ຕື່ມ​ວ່າ: ກ່ອນ​ໜ້າ​ນີ້​ເຫັນ​ວ່າ ​ໂຄງການ​ດັ່ງກ່າວ​ເປັນຕາ​ລົງ​ທຶນ ​ເນື່ອງ​ຈາກ​ສາມາດ​ຕິດ​ຕໍ່​ກັບ​ປະ​ເທດ​ຈີນ​ໂດຍ​ຜ່ານ​ແຂວງ​ຢຸນນານ, ​ແຕ່​ປັດຈຸບັນ​ນີ້ ຈີນ​ກຳລັງ​ກໍ່ສ້າງ​ລົດ​ໄຟ​ເຊື່ອມຕໍ່​ລາວ ​ແລະ​ໄທ ​ເຊິ່ງຈະ​​ເຊື່ອມ​ຕໍ່​ກັບ​ລົດ​ໄຟ​ຄວາມ​ໄວ​ສູງ​ໄທ-ຈີນ​ຢູ່​ແຂວງ​ໜອງຄາຍ. ສະ​ນັ້ນ, ​ໂຄງການ​ລົດ​ໄຟ​​ຄວາມ​ໄວ​ສູງ​ບາງ​ກອກ-ຊຽງ​ໄໝ່​ຄວນ​ກວດກາຄືນ, ຍ້ອນວ່າມັນ​ບໍ່​ສາມາດ​ເຊື່ອມຕໍ່​ກັບ​ແຂວງ​ອື່ນໆ ຫຼື ປະ​ເທດ​ທີ່​ອ້ອມ​ຂ້າງ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ