ທ່ານ​ຈອດ ວີ​ອາ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ລີ​ເບ​ຣີ
2017-12-30 15:03:09  cri 
ຄະ​ນະ​ກຳ​ມ​ະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດລີ​ເບ​ຣີ​ໄດ້​ຖະ​ແຫຼງ​ໃນ​ຄືນ​ວັນ​ທີ 28 ທັນ​ວາ​ນີ້​ວ່າ:ທ່ານ​ຈອດ ວີ​ອາ ອະ​ດີດນັກ​ກິ​ລາ​ບານ​ເຕະທີ່​ໄດ້​ລາງວັນ Mr football  ທີ່​ປີ​ນີ້​ອາ​ຍຸ 51 ປີ​ໄດ້​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ທີ 25 ຂອງ​ສາ​ທາ​ລະ​ນະ​ລັດລີ​ເບ​ຣີ.

ຕາມ​ສະ​ຖິ​ຕິ​ເບື້ອງ​ຕົ້ນ​ທີ່​ເປີດ​ເຜີຍ​ໂດຍ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ລີ​ເບ​ຣີ, ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຮອບທີ 2 ທີ່​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 26 ທັນ​ວາ​ນີ້, ທ່ານ​ຈອດ ວີ​ອາ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສະ​ພາ​ການ​ປ່ຽນ​ແປງປະ​ຊາ​ທິ​ປະ​ໄຕ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຫຼັງ​ຊະ​ນະ​ທ່ານ​ໂຈ​ເຊັ​ຟ ໂບ​ອາ​ຄາຍ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສາ​ມັກ​ຄີ​ທີ່​ເປັນ​ພັກກຳ​ອຳ​ນາດ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ​ນັ້ນ​ດ້ວຍ​ສຽງ​ສ່ວນຫຼວງຫຼາຍ.

ທ່ານ​ຈອດ ວີ​ອາ​ເກີດ​ເມື່ອ​ປີ 1966 ເປັນ​ສະ​ມາ​ຊິກ​ສະ​ພາ​ສູງ​ໃນ​ປັດ​ຈຸ​ບັນ​ທີ່​ຂຶ້ນ​ກັບ​ພັກ​ສະ​ພາ​ການ​ປ່ຽນ​ແປງ​​ປະ​ຊາ​ທິ​ປະ​ໄຕ. ທ່ານ​ເຄີຍ​ໄດ້​ຮັບ​ການ​ປະ​ກວດເປັນ​ນັກ​ກິ​ລາ​ບານເຕະ​ດີ​ເດັ່ນຫຼື Mr football ປີ1995 ຈາກ ສະ​ຫະ​ພັນ​ບານ​ເຕະ​ສາ​ກົນຫຼື FIFA.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ