ເດັກ​ນ້ອຍ​ຫຼິ້ນ​ເຕົາ​ໄຟ​ພາ​ໃຫ້ເກີດ​ໄຟ​ໄໝ້ອາ​ຄານ​ພັກ​ນິວ​ຢອກ
2017-12-30 17:46:49  cri 

​ພະ​ແນກ​ດັບ​ເພີງ​ນະ​ຄອນ​ນິວຢອກ​ຢື​ນ​ຢັນ​ໃນວັນ​ທີ 29 ທັນ​ວາ​ນີ້​ວ່າ, ​ໄພ​ໄຟ​ໄໝ້ອາ​ຄານ​ພັກ​​ຫຼັງໜຶ່ງ​​ຢູ່ເຂດບ​ຣອນ ນະ​ຄອນ​​ນິວຢອກ​ໃນຕອນ​ຄ່ຳ​ວັນ​ທີ 28 ທັນ​ວາ​ນີ້​​ໄດ້​ເກີດ​ຂຶ້ນ​ຍ້ອນເດັກ​ນ້ອຍ​ຜູ້​ໜຶ່ງ​ທີ່​ມີ​ອາ​ຍຸ 3 ປີ​ເຄິ່ງ​ຫຼິ້ນ​ເຕົາ​ໄຟ​ຂອງ​​ຫ້ອງ​ຄົວ, ເຊິ່ງ​ຄວາມ​ລະ​ອຽດ​ຄື ຫຼັງ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ລູກ, ແມ່​ຂອງ​ເດັກ​ຄົນນັ້ນ​ຈຶ່ງ​ແມ່ນ​ເຂົ້າ​ໄປ​ແລະ​ໄດ້​ເຫັນ​ເກີດໄຟ​ໄໝ້​, ​ຈຶ່ງພາ​​ລູກສອງ​ຄົນ​ໜີ​ອອກ​ຈາກ​​ເຮືອນ​ທີ່​ຢູ່​ຊັ້ນ​ໜຶ່ງ​ຂອງ​ອາ​ຄານ​ແຕ່​ບໍ່​ໄດ້​ບິດ​ປະ​ຕູ​. ໄຟ​ຈຶ່ງ​ໄໝ້​ນາມ​ຂຶ້ນ​ໄປ​ຕາມຂັ້ນ​ໄດ, ​ຂະ​ນະ​ນັ້ນ​ມີບາງ​ຄົນ​ຢາກ​ໜີ​​ລົງ​ຕາມຂັ້ນ​ໄດ​​ແຕ່​ໄດ້ເສຍ​ຊີ​ວິດ, ​ແລະ​ມີ​ຈຳ​ນວນ​ໜຶ່ງ​ສາ​ມາດ​ທີ່​ແລ່ນ​ຮອດ​ທາງ​​ໜີ​ໄຟ​ໄດ້​ແລະ​ໄດ້​ຮັບ​ການ​ຊວຍ​ເຫຼືອ​ຈາກ​ພະ​ນັກ​ງານ​ດັບ​ເພີງ.

​ທັງ​ນີ້​ເວ​ງາປະ​ມານ 19:00 ໂມງຂອງວັນ​ທີ 28 ທັນ​ວາ​ນີ້, ອາ​ຄານ​ພັກ​ສູງ 5 ຊັ້ນ​​ຫຼັງ​ໜຶ່ງ​ໃກ້​ສວນ​ສັດ​ບ​ຣອນ ນະ​ຄອນນິວຢອກ​ເກີດ​ອັກ​ຄີ​ໄພ, ເຮັດ​ໃຫ້ຢ່າງ​ໜ້ອຍ 12 ຄົນເສຍ​ຊີ​ວິດ, ລວມ​ທັງ​ເດັກ​ນ້ອຍໜຶ່ງ​ຄົນ, ແລະ​ມີຫຼາຍ​ຄົນ​ໄດ້ຮັບ​ບາດ​ເຈັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ