ປະ​ມຸກ​ລັດ​ຈີນ-ຣັດ​ເຊ​ຍ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ປີ​ໃໝ່​ເຊິ່ງ​ກັນ​ແລະ​ກັນ
2017-12-31 14:15:28  cri 
ວັນ​ທີ 31 ທັນ​ວາ​ປີ 2017 ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານວລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ປີ​ໃໝ່​ເຊິ່ງ​ກັ​ນ​ແລະ​ກັນ.

ໂທ​ລະ​ເລກ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຂຽນ​ວ່າ: ເມື່ອ​ຫວນ​ຄືນ​ປີ 2017, ສາຍ​ພົວ​ພັນ​ຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​​ທີ່​ມີ​ລະ​ດັບ​ສູງ​ຢູ່​ນັ້ນໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ໃໝ່​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ອີກ. ສອງ​ຝ່າຍ​ໄດ້​ຮັກ​ສາ​ການ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ໃກ້​ຊິດ​ແລະ​ມີ​ປະ​ສິດ​ທິ​ຜົນ​ໃນ​ວຽກ​ງານ​ສາ​ກົ​ນ​ແລະ​ພາກ​ພື້ນ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ໃນປີ​ໃໝ່ 2018ທີ່​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ພະ​ຍາ​ຍາມ​ຮ່ວມ​ເພື່ອ​ນຳ​ພາ​ການ​ເສີ​ມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ກິດ​ຈະ​ກຳ​ປີ​ແລກ​ປ່ຽນ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ຈີນ-ຣັດ​ເຊຍ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ 2018 ແລະ2019ນັ້ນ​ຈະ​ເປີດກວ້າງ​ແລະ​ລົງ​ເລິກ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ​ແນ່ນອນ.

ໂທ​ລະ​ເລກ​ອວຍ​ພອນ​ຂອງ​ທ່ານ​ປູ​ຕິນ​ລະ​ບຸ​ວ່າ: ໃນປີ 2017 ທີ່​ໃກ້​ຈະ​ຜ່ານ​ພົ້ນ​ໄປ, ສາຍ​ພົວ​ພັນ​ຣັດ​ເຊຍ-ຈີນ​​ຂະ​ຫຍາຍ​ຕົວ​ໂດຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່. ສອງ​ປະ​ເທດ​ໄດ້​ປະ​ສານ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ວຽກ​ງານ​ສາ​ກົນ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຈຸດ​​ຮ້ອນສາ​ກົນ. ພວກ​ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ​ເພື່ອ​ເຮັດ​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ຣັດ​ເຊຍ-ຈີນ​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ​ແລະ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ