ໂຄງ​ການຊ່ອຍ​ເຫຼືອ​ທາງ​ມະ​ນຸດ​ສະ​ທຳ " ໜຶ່ງແລວ​ທາງ​ໜຶ່ງ​ເສັ້ນ​ທາງ "ປີ 2017 ໄດ້ສົ່ງ​ເດັກ​ 74 ຄົນ​ມາ​ປິ່ນ​ປົວ​ຢູ່​ຈີນ​ໂດຍ​​ບໍ່​ຕ້ອງ​ເສຍ​ຄ່າ
2017-12-31 13:20:01  cri 

ບົດ​ລາຍ​ງານ​ວຽກ​ງານ​ປີ 2017 ທີ່​ກອງ​ທຶນສະ​ພາ​ກາ​ແດງ​ຈີນ​ເປີດ​ເຜີຍ​ໃນ​ວັ​ນ​ທີ 29 ທັນ​ວາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໂຄງ​ການ​ຊ່ອຍ​ເຫຼືອ​ທາງ​ມະ​ນຸດ​ສະ​ທຳ​ຕໍ່​ເດັກ​ນ້ອຍ​ເປັນ​ພະ​ຍາດໜັກ​ໃນ​ຂອບ" ໜຶ່ງແລວ​ທາງ​ໜຶ່ງ​ເສັ້ນ​ທາງ " ​ທີ່ກອງ​ທຶນ​ສະ​ພາ​ກາ​ແດງ​ຈີນ​ເປັນ​ຜູ້​ສ້າງ​ຕັ້ງ​ແລະ​ປະ​ຕິ​ບັດ​ນັ້ນ​ໄດ້​ສົ່ງ​ເດັກ​ນ້ອຍ​ເປັນ​ພະ​ຍາດ​ຫົວ​ໃຈ​ມາ​ແຕ່​ເກີດ ຂອງ​ອາ​ຟ​ກາ​ນິ​ສ​ຖານ 21 ຄົນ​ແລະມົງ​ໂກ​ລີ​ 53 ຄົນມາຮັບ​ການຜ່າ​ຕັດ​ປິ່ນ​ປົວໂດຍ​​ບໍ່​ຕ້ອງ​ເສຍ​ຄ່າ​ຢູ່​ຈີນ​ໃນ​ປີ 2017.

ບົດ​ລາຍ​ງານ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2017, ກອງ​ທຶນສະ​ພາ​ກາ​ແດງ​ຈີນ​ໄດ້​ສ້າງ​ຕັ້ງ​ມູນ​ນິ​ທິ​ຊີ່​ລູ້​​ໂປ​ໄອ້, ເພື່ອ​ບໍ​ລິ​ການສະ​ໜອງ​ການ​ບໍ​ລິ​ການ​ທາງ​ມະ​ນິດ​ສະ​ທຳ​ແກ່​ການ​ສ້າງ​ " ໜຶ່ງແນວ​ທາງ​ໜຶ່ງ​ເສັ້ນ​ທາງ ". ​ໂດຍ​ໄດ້​ອຸດ​ໜູນ​ຫຼາຍໂຄງ​ການຊ່ອຍ​ເຫຼືອ​ທາງ​ມະ​ນຸດ​ສະ​ທຳ​ສາ​ກົນ​, ເຊິ່ງທັງ​ໝົດ​ໄດ້​ຈັດ​ສົ່ງ 9 ຄະ​ນະ, 63 ​ເທື່ອຄົນ​ໄປ​ດຳ​ເນີນ​ໂຄງ​ການ​ຊ່ອຍ​ເ​ຫຼືອສາ​ກົນ.

ໃນ​ນັ້ນ, " ສູນ​ປິ່ນ​ປົວ​ສຸກ​ເສີນ​ໂປ​ໄອ້ຈີນ​ປາ​ກິ​ສ​ຖານ "​​ໄດ້ສ້າງ​ຕັ້ງ​ຂຶ້ນ​ຢູ່​ທ່າ​ເຮືອກວາ​ດາ​ຂອງ​ປາ​ກິ​ສ​ຖານ, ແລ​ະ​ໄດ້ສົ່ງ​ທີມ​ງານປິ່ນ​ປົວ​ຊ່ອຍ​ເຫຼືອ​ຕ່າງ​ປະ​ເທດ​ສະ​ພາ​ກາ​ແດງ​ໄປ​ບໍ​ລິ​ການ​ປິ່ນ​ປົວ​ເປັນ​ເວ​ລາ​ສອງ​ປີ; ໄດ້​ສົ່ງ​ພະ​ນັກ​ງານ​ຢ້ຽມ​ຢາມ​ຊີຣີເປັນ​ເທື່ອ​ທຳ​ອິດ, ​ແລະສະ​ໜອງ​ການ​ຊ່ອຍ​ເຫຼືອ​ທາງ​ມະ​ນຸດ​ສະ​ທຳ​​ເຊັ່ນໂຮງ​ໝໍ​​ເຄື່ອນ​ທີ່ຂະ​ໜາດ​ໃຫຍ່​ແລະ​ວັກ​ແຊງ​ເປັນ​ຕົ້ນ​ໃຫ້​ຊີ​ຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ