ຝຣັ່ງ​​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຂະນະ​ປີ​ໃໝ່​ຈະ​ວຽນມາ​ເຖິງ
2017-12-31 14:31:04  cri 

ກະຊວງ​ພາຍ​ໃນ​ຝຣັ່ງ ​ໄດ້​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 29 ທັນວາ​ນີ້​ວ່າ: ລັດຖະບານ​ຈະ​ໃຊ້​ມາດ​ຕະການ​ຕ່າງໆ ​ໃນ​ວັນ​ທີ 31 ​ເດືອນ​ດຽວ​ກັນ ​ເພື່ອ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ໂດຍ​ໄດ້​ຈັດ​ວາງ​ເຈົ້າໜ້າ​ທີ່ຮັກສາ​ຄວາມ​ໝັ້ນຄົງ​ແລະ​ຮັບ​ມື​ສຸກ​ເສີນ​ເກືອບ 140.000 ຄົນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງປະຊາຊົນ​ໃນ​ໄລຍະປີ​ໃໝ່​ສາກົນ.

ຖະ​ແຫຼງຂ່າວ​ລະບຸ​ວ່າ: ​ໃນ​ວັນ​ທີ 31 ທັນວາ​ນີ້, ທົ່ວ​ປະ​ເທດ​ຝຣັ່ງຈະ​ປະຕິບັດ​ແຜນການ​ທີ່​ແນ​ໃສ່​ເພີ່ມ​ທະວີ​ການລະວັງ​​ແລະ​ຕ້ານລັດທິ​ກໍ່​ການ​ຮ້າຍ ​ໂດຍ​ຕົ້ນຕໍ​ຮັບປະກັນ​ຄວາມ​ປອດ​ໄພ​ຕໍ່​ສະຖານ​ທີ່​ທີ່​ມີ​ຄົນ​ເຕົ້າ​ໂຮມ​ກັນ ​ເປັນຕົ້ນ ຮ້ານ​ສັບພະ​ສິນຄ້າ​ຂະໜາດ​ໃຫຍ່, ສະໜາມກິລາ ​ແລະໂຮງ​ລະຄອນ ​ແລະ​ຄວາມ​ປອດ​ໄພ​ຂອງ​ພື້ນຖານ​ໂຄງ​ລ່າງ​ການ​ຄົມມະນາຄົມ.
ນອກ​ນີ້, ອີງ​ຕາມ​ກົ​ດໝາຍ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ຂອງຝຣັ່ງສະບັບ​ໃໝ່ ທີ່​ໄດ້​ຮັບຮອງ​ໃນ​ທ້າຍ​ເດືອນ​ຕຸລາ​ປີ​ນີ້ ພາກສ່ວນ​ທີ່​ກ່ຽວຂ້ອງ​ຈະ​ສ້າງ​ເຂດ​ປ້ອງ​ກັນ​ຢູ່​ເຂດ​ສຳຄັນ​ຕ່າງໆທີ່​ມີ​ຄົນ​ເຕົ້າ​ໂຮມ​ກັນ ​ເຊັ່ນ ຖະໜົນ​ແຊມ​ລີຣີ ​ນະຄອນຫຼວງປາຣີເປັນຕົ້ນ.

ຖະ​ແຫຼງຂ່າວ​ຍັງ​ລະບຸ​ວ່າ: ລັດຖະບານ​ຝຣັ່ງຍັງ​ຈະ​ໃຊ້ຫຼາຍມາດ​ຕະການ ​ເພື່ອ​ປ້ອງ​ກັນ​ບໍ່​​ໃຫ້​ມີ​ການ​ຂັບ​ລົດຫຼັງດື່ມ​ເຫຼົ້າ ​​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພດ້ານ​ການ​ຄົມມະນາຄົມ​ ແລະປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດການ​​ໃຊ້ຄວາມ​ຮຸນ​ແຮງຢູ່​​​ກາງ​ເມືອງໃນ​ໄລຍະ​ປີ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ