ການ​ຮ່ວມ​ມືດ້ານ​ເສດຖະກິດ​ຈີນ-ອາຊຽນປີ 2018 ຈະມີ​ການ​ພັດທະນາ​ໃໝ່
2017-12-31 13:55:29  cri 
ທ່ານ​ສີ​ນິງນິງ ຫົວໜ້າສະພາ​ການ​ຄ້າ​ຈີນ-ອາ​ຊຽນກ່າວຂະນະ​ໃຫ້​ສຳພາດຕໍ່​ນັກ​ຂ່າວວ່າ: ​ໃນ​ປີ 2018, ການ​ຮ່ວມ​ມື​ດ້ານ​ເສດ​ຖຸະກິ​​ດລະຫວ່າງຈີນ-ອາ​ຊຽນຈະ​ມີ​ການ​ພັດທະນາ​ໃໝ່ ​ແລະ​ເບິ່ງ​ໃນ​ກງ່ດີ​ທີ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈະ​ສ້າງໂອກາດ​ກາ​ນຄ້າ​ທີ່​ດີ.

ທ່ານ​ສີ​ນິງນິງກ່າວ​ຕື່ມ​ວ່າ: ການ​ປະສານ​ສົມທົບ​ລະຫວ່າງ​ການສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ການສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ແມ່ນ​ກຳລັງ​ຊຸກ​ດັນ​ທີ່​ສຳຄັນ​ໃນ​ກາ​ນພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຈີນ-ອາ​ຊຽນ. ຈີນເປັນ​ຄູ່ຄ້າ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ອາ​ຊຽນ​ເປັນ​ເວລາ 9 ປີ​ຢ່າງລຽນຕິດ ​ແລະ​ອາ​ຊຽນເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ທີ​ສາມ​ຂອງ​ຈີນເປັນ​ເວລາ 7 ປີ​ຢ່າງ​ລຽນ​ຕິດ. ນອກ​ນີ້, ຈີນ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ 9 ປະ​ເທດ​ອາ​ຊຽນ ​ແລະ​ເປັນ​ແຫຼ່ງທຶນຈາກຕ່າງປະ​ເທດ​ໃຫຍ່​ອັນ​ດັບ​ທີ​ສີ່​ຂອງ​ອາ​ຊຽນອີກ​ດ້ວຍ.

ທ່ານສີ​ນິງນິງຍົກໃຫ້​ເຫັນ​ວ່າ: ການ​ພັດທະນາ​ການ​ຄ້າ ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ​ໃນປີ 2017 ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ​ກຳລັງ​ພັດທະນາ​ຢ່າງ​ຄຶກຄັກ. ປັດຈຸບັນ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ດ້ານ​ຕ່າງໆ​ເຊັ່ນ ​ຄວາມ​ສາມາດ​ການ​ຜະລິດ, ການ​​​ເຊື່​ອມຈອດ​ກັນ ​ແລະ​ມາດ​ຕະການ​ຕ່າງໆ ​ເປັນ​ຕົ້ນການ​​ຍົກ​ລະດັບເຂດ​ການ​ຄ້າ​​ເສລີ​ຈີນ-ອາ​ຊຽນ, ການ​ຍົກ​ລະດັບ​ການ​ຮ່ວມ​ມື​ແມ່ນ້ຳລ້ານ​ຊ້າງ-​​ແມ່​ນ້ຳ​ຂອງ ​ແລະ​​ອື່ນໆ​ກໍ​ສະ​ແດງ​​ໃຫ້​ເຫັນ​ເຖິງ​ອະນາຄົດ​ອັນ​ກ້ວາງ​ຂວາງຂອງ​ການ​ຮ່ວມ​ມື​ດ້ານເສດຖະກິດ​ລະຫວ່າງສອງ​ຝ່າຍ.

ທ່ານສີ​ນິງນິງຍັງ​ກ່າວອີກ​ວ່າ: ຜູ້ນຳ​ຈີນ ​ແລະອາ​ຊຽນ​ໄດ້​ກຳນົດ​ເອົາ​ການ​ປະດິດ​ສ້າງ​ໃໝ່​ເປັນ​ຫົວ​ຂໍ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ປີ 2018. ມີການ​ປະດິດ​ສ້າງ​ໃໝ່ຈຶ່ງ​ຈະ​ມີ​ຊີວິດ​ຊີວາ, ​ເຊື່ອ​ໝັ້ນ​ວ່າ ສອງ​ຝ່າຍ​ຈະສ້າງ​ໃຫ້​ເປັນ​ສະຖານະ​ການຂອງການ​ພັດທະນາ​ມີ​ຮູບ​ການ​ໃໝ່, ​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີວິດ​ຊີວາ ​ແລະ​ຊຸກ​ຍູ້​ສົ່ງ​ເສີມ​ເຊິ່ງກັນ ​ແລະ​ກັນ​ໂດຍ​ຜ່ານ​ການ​ປະດິດ​ສ້າງ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ