ສັບປະດາ​ວັດທະນະທຳ​ທະ​ເລ​ເຈີ້ງ​​ເຮີ​ຈັດ​ຂຶ້ນ​ຢູ່ມາລາ​ກາ
2017-12-31 14:43:26  cri 
ສັບປະດາ​ວັດທະນະທຳ​ທະ​ເລ​ເຈີ້ງ​ເຮີທີ່​ຮ່ວມ​ຈັດ​ໂດຍສະຖານທູດ​ຈີນ​ປະຈຳ​ມາ​​ເລ​ເຊຍ, ຫໍ​ສິລະ​ປະ​ເຈີ້ງ​ເຮີຕົວ​ຢຸນຊ່ວນມາລາ​ກາ, ​ຄະນະ​ຊາວ​ຈີນ​ຕ່າງ​ດ້າວ ​ແລະ​ຄະນະ​ວັດທະນະທຳ​ຫຼາຍ​ຄະນະ​ຢູ່​ມາ​ເລ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ທາລາ​ກາ​ທີ່​​ເປັນ​ເມືອງ​ເກົ່າ​ແກ່​ປະ​ເທດ​ມາ​ເລ​​ເຊຍ​ໃນ​ວັນ​ທີ 30 ທັນວາ​ນີ້.

ທ່ານການທຽນ​ລູ ທູດພິ​ເສດ​ການ​ຄ້າກັບ​ປະ​ເທດ​ຈີນ​ຂອງອົງການ​ປົກຄອງ​ລັດມາລາກາ​ກ່າວ​ໃນ​ພິທີ​ເປີດ​ກິດຈະກຳວ່າ: 600 ກວ່າປີ​ກ່ອນ, ທ່ານ​ເຈີ້ງ​ເຮີ ທີ່​ເປັນ​ຂ້າລາຊະການ​ລາ​ຍະ​ວົງ​ໝິງຂອງ​ຈີນ​​ໃນ​ສະ​ໄໝ​ນັ້ນ ໄດ້​ນຳພາ​ກອງ​ເຮືອ​ລົງ​ສູ່ມະຫາ​ສະໝຸດປາຊີ​ຟິກ ​ແລະ​ມະຫາ​ສະ​ໝຸດອິນ​ເດຍ 7 ​ເທື່ອ ​ແລະ​ເປັນ​ທູດ​ປະຈຳ​ຢູ່​ລັດມາລາ​ກາ​ 5 ​ເທື່ອ. ຈາກ​ນັ້ນ, ປະຊາຊົນ​ຈີນ​ຈຳນວນຫຼາຍ​​ໄດ້ເຂົ້າ​ມາ​ອາ​ໄສ​ຢູ່​ມາ​ເລ​ເຊຍ ​ແລະ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຕໍ່ການ​​ເປັນເອກະ​ລາດ ​ແລະ​ການ​ພັດທະນາ​ຂອງ​ມາ​ເລ​ເຊຍ.

ທ່ານການ​ທູນ​ລູ​ກ່າວ​ຕື່ມວ່າ: ການ​ຈັດ​ກິດຈະກຳ​ດັ່ງກ່າວ​ມີ​ຄວາມ​ສຳຄັນ​ຕໍ່ການ​ສົ່ງ​ເສີມ​​ໄມຕີ​ຈິດ​ມິດຕະພາບ​ຖານບ້ານ​ໃກ້​ເຮືອນຄຽງ​ທີ່​ດີ​ລະຫວ່າງ​ບັນດາ​ປະ​​ເທດ, ຮັກສາ​ຄວາມ​ປອງ​ດອງ​ກັນ​ລະຫວ່າງ​ບັນດາ​ຊົນ​ເຜົ່າ​ມາ​​ເລ​ເຊຍ ​ແລະ​ຊຸກຍູ້​ການ​ພັດທະນາ​ວັດ​ທະນະ​ທຳ​ຫຼາຍ​ເຄົ້າ​ຂອງ​ປະ​ເທດ​ຕົນ.

​ໃນສັບປະ​ດາວັດທະນະທຳ​ດັ່ງກ່າວ​ໄດ້​ຈັດ​ໃຫ້​ມີ​ກິດຈະກຳ​ຫຼາຍສີຫຼາຍ​ສັນ, ລວມທັງ​ການວາງສະ​ແດງ​ຮູບ​ແຕ້ມກ່ຽວ​ກັບເຈີ້ງ​ເຮີ, ​ເວທີ​​ປຶກສາ​ຫາລືເສັ້ນທາງ​ສາຍ​​ໄໝທາງທະ​ເລ, ການ​ວາງສະ​ແດງຜົນງານ​​ສິລະ​ປິນ​ເມືອງ​ເກົ່າ​​ແກ່ ​ແລະ​ອື່ນໆ ​ເຊິ່ງ​ໄດ້​​ດຶງ​ດູດ​ຜູ້​ມັກ​ສິລະ​ປະຈີນ-ມາ​ເລ​ເຊຍ​ຫຼາຍ​ຮ້ອຍ​ຄົນ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ