ຜູ້​ອຳນວຍ​ການ​ໃຫຍ່ CRI ກ່າວ​ຄຳ​ອວຍພອນ​ປີ​ໃໝ່​ຕໍ່​ເພື່ອນມິດຜູ້​ຕິດຕາມ
2018-01-01 09:04:06  cri 

​ເນື່ອງ​​ໃນ​ໂອກາດ​ປີ​ໃໝ່ 2018 ​ໄດ້​ວຽນມາ​ເຖິງ, ທ່ານ ວາງ​ເກິ່ງ​ນຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ​ໄດ້​ຕາງໜ້າພະນັກງານ​ຂອງ CRI ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ສົ່ງ​ຄຳ​ອວຍພອນ​ຢ່າງ​ຈິງ​ໃຈ​ຕໍ່​​ເພື່ອນ​ມິດ​ຜູ້​ຕິດຕາມ​ຢູ່​ຕ່າງປະ​ເທດ​ໂດຍ​ຜ່ານ​ຄື້ນວິທະຍຸ​ແລະ​ອິນ​ເຕີ​ເນັດ. ​​ທ່ານ​ກ່າວ​ວ່າ: ເພື່ອນມິດ​ຜູ້​ຕິດ​ຕາມ​ແມ່ນ​ເພື່ອນ​ທີ່​ດີ​ຂອງ CRI, ມີ​ຄວາມ​ສົນ​ໃຈ​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຫຼວງ​ຫຼາຍ, ​ຈຶ່ງ​ເຮັດ​ໃຫ້​ຄວາມ​ກ້າວ​ໜ້າ​ຂອງ CRI ມີ​ຄວາມ​ແຮງແລະ​ວ່ອງ​ໄວ​ຫຼາຍກວ່າ​ເກົ່າ. ໃນ​ປີ​ໃໝ່​ນີ້, CRI ຈະ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ທີ່​ມີ​ຄຸນ​ນະ​ພາບ​ດີກວ່າ​ເກົ່າ​ແລະ​ທັນ​ເວ​ລາກວ່າ​ເກົ່າ​ໃຫ້​ແກ່​ຜູ້​ຟັງ​ແລະ​ຜູ້​ຊົມ​ທາງ​ອິນ​ເຕີ​ເນັດ, ສ້າງ​ເວ​ທີ​ຫຼາຍກວ່າ​ເກົ່າ​ແລະ​ດີກວ່າ​ເກົ່າ​ໃຫ້​ແກ່​ເພື່ອນ​ມິດທັງ​ຫຼາຍ​ເພື່ອ​ຮູ້​ປະ​ເທດ​ຈີນ, ເຂົ້າ​ໃຈ​ປະ​ເທດ​ຈີນ​ແລະ​ຮູ້​ຈັກ​ສະ​ພາບການ​ທົ່ວ​ໂລກ.ທ່ານ​ວາງ​ເກິ່ງ​ນຽນກ່າວ​ວ່າ:

ເພື່ອນ​ມິດ​ທີ່​ຮັກ​ແພງ, ປີ 2018 ໃກ້​ຈະ​ວຽນ​ມາ​ເຖິງ, ເນື່ອງ​ໃນ​ວາລະ​ດິຖີ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ຂ້າພະ​ເຈົ້າຂໍ​ຕາງໜ້າ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ​ແລະ​ສະຖານີ​ວິທະຍຸ​ໂທລະພາບ​ອິນ​ເຕີ​ເນັດ​ສາກົນ​ຈີນ ​ແລະ​ໃນ​ນາມ​ສ່ວນ​ຕົວ ຂໍສະ​ແດງຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະຂໍ​ອວຍພອນ​ໃຫ້​ເພື່ອນ​ມິດ​ທັງຫຼາຍຈົ່ງ​ມີ​ແຕ່ຄວາມສຸກ​ໃນ​ຊີວິດ ​ແລະ​ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ທ່ານທຸກ​ປະການ.

​ປີ 2017 ທີ່​ຜ່ານ​ມາ, ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດສຳ​ລັບ​ປະ​ເທດ​ຈີນ. ​ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຢ່າງ​ສຳ​ເລັດ​ຜົນ, ໄດ້​ວາງ​ແຜນ​ການ​ພັດ​ທະ​ນາ​ໃຫ້​ແກ່​ປະ​ເທ​ດ​ຈີນ​ໃນ​ອະ​ນາ​ຄົດ, ທັງ​ໄດ້​ສະ​ໜອງ​ແນວ​ຄິດ​ປັນ​ຍາ​ແລະ​ແຜນ​ການ​ຂອງ​ຈີນ​ເພື່ອ​ປັບ​ປຸງ​ທົ່ວ​ໂລກ. ທ່ານ ຟ​ຣັນ​ກາ ກຸ​ລິນ ຜູ້​ຊົມ​ອິນ​ເຕີ​ເນັດເວົ້າ​ວ່າ 'ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນແມ່ນ​ເລື່ອງ​ສຳ​ຄັນ​ຂອງ​ປະ​ເທດ​ຈີນ, ​ແລະກໍ​ຄື​ຈຸດ​ສຸມ​ຂອງ​ປະ​ຊາ​ຄົມ​ໂລກ​ອີກ​ດ້ວຍ. ຖ້າ​ວ່າ​ໃນ 5 ປີ​ຜ່ານ​ມາ, ຈີນ​ໄດ້​ສ້າງ​ປະ​ຫວັດ​ສາດ​ທີ່​ສະ​ຫວ່າງ​ສະ​ໄຫວຂອງ​ຕົນ, ໃນ​ອະ​ນາ​ຄົດ​ຈີນ​ຈະ​ສ້າງ​ຄວາມ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃໝ່.'

ໃນ​ 1 ປີ​ທີ່​ຜ່ານ​ມາ, ຈາກ "ປະ​ຊາ​ຄົມ​ຮ່ວມຊາ​ຕາ​ກຳ​ມວນ​ມະ​ນຸດ" ທີ່​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ສະ​ເໜີ​ໃນ​ຂະ​ນະ​ທີ່​ກ່າວ​ປາ​ໄສໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ດາ​ວໍ​ສ໌​​ທີ່​ປະ​ເທດສະ​ວິ​ສ໌​ໃນ​ຕົ້ນ​ປີ​ນີ້ ຮອດກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້ ແລ້ວ​ໄດ້​ຈັດ​ກອງ​ປະ​ຊຸມຜູ້​ນຳ​ປະ​ເທດບ​ຣິກ​ສ໌​ເຊ້ຍ​ເໝີນ​ໃນ​ເດືອນ​ກັນ​ຍາ​ປີ​ນີ້,ກໍ​ຄື​ກອງ​ປະ​ຊຸມສົນ​ທະ​ນາ​ການ​ນຳ​ຂັ້ນ​ສູງ​ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ພັກ​ການ​ເມືອງໂລກ, ຈີນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ​ແບບກວມ​ລວມ​ແລະ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ໃນ​ຍຸກ​ໃໝ່​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຈຸດ​ຢືນ​ຂອງ​ຕົນ​ທີ່​ມີ​ສັນ​ຕິ​ພາບ,ການ​ພັດ​ທະ​ນາ,ກາ​ນ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ການ​ເປີດ​ປະ​ຕູ.

ໃນ​ຍຸກ​ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ສາ​ກົນ​ໄດ້​ມີ​ການ​ວິ​ວັດ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ​ລະ​ບຽບ​​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ເມືອງ​ສາ​ກົນ​ແບບ​ໃໝ່ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງວ່ອງ​ໄວ, ສັນ​ຕິ​ພາບ,ການ​ພັດ​ທະ​ນາ,ການ​ຮ່ວມ​ມືແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ໄດ້​ກາຍ​ເປັນ​ກະ​ແສ​ແຫ່ງ​ຍຸກ​ສະ​ໄໝ​ທີ່​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ໄດ້. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ແລກ​ປ່ຽນ​ແມ່ນ​ຂົວ​ຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ມິດ​ຕະ​ພາບ​ກັນ. ໃນ 1 ປີ​ທີ່​ຜ່ານ​ມາ, ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ທີ່​ນຳ​ໃຊ້ການໂຄ​ສະ​ນາ​ດ້ວຍ​ພ​າ​ສາ​ແມ່,ໂຄ​ສະ​ນາ​ຢູ່​ຕ່າງ​ປະ​ເທດ,ໂຄ​ສະ​ນາ​ແບບ​ປະ​ສົມ​ສື່ ແລະ​ໂຄ​ສະ​ນາ​ແບບ​ມີ​ການ​ຮ່ວມ​ມື​ເປັນ​ໜ້າ​ທີ່​ວຽກ​ງານ​ທີ່​ສຳ​ຄັນ​ນັ້ນ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆແລະ​ກ້າວ​ໄປ​ໜ້າ, ໄດ້​ຢ​ວ່າງບາດ​ກ້າວ​ທີ່​ໜັກ​ແໜ້ນກວ່າເກົ່າ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ເປັນ​ສື່​ສາ​ກົນ​ທີ່​ທັນ​ສະ​ໄໝ​ແບບ​ໃໝ່. ໃນ​ຂະ​ນະ​ດຽວ​ກັນ​ກໍ່​ໄດ້ຊຸກ​ຍູ້​ການ​ພັດ​ທະ​ນາ​ສັງ​ລວມ​ດ້າ​ນ​ວຽກ​ງານ​​ສື່​ຕ່າງໆ​ທີ່ມີ​ຫຼາຍ​ຮູບ​ແບບ​ຄື: ສຽງ,ວິ​ດີ​ໂອ,ສື່​ອອນ​ລາຍ​,ໜັງ​ສື​ພິມ​ແລະ​ວາ​ລະ​ສານ, ພວກ​ເຮົາ​ໄດ້​ສຸມ​ໃສ່​ສ້າງ​ຍີ່​ຫໍ້​ຈີນ(China), ​ໂດຍ​ນຳ​ໃຊ້ APP ຫຼາຍ​ພາ​ສາແລະ​ສື່ ສັງ​ຄົມ​ອອນ​ລາຍ​ເຊັ່ນ: ຂ່າວ​ເດັ່ນ​ຈີນ-ຣັດ​ເຊຍ ແລະ ຈີນ-ອີ​ຕາ​ລີ​ເປັນ​ຕົ້ນ, ໃຊ້​ສື່​ໃໝ່​ຢ່າງ​ເປັນ​ບູ​ລິ​ມະ​ສິດ,ເພື່ອ​ສະ​ແດງ​ໃຫ້​​ເພື່ອນ​ມິດ​ທັງ​ຫຼາຍ​ເຫັນ​ປະ​ເທດ​ຈີນ​ທີ່​ແທ້​ຈິງຈາກ​ຫຼາຍ​ດ້ານ;ພວກ​ເຮົາ​ໄດ້​ເຮັດ​ມີ​ນີ​ວິ​ດີ​ໂອ,H5,ກາ​ຕຸນ,ຄຳ​ອະ​ທິ​ບາຍ​​ພາບ​ແລະ​ຜະ​ລິດ​ຕະ​ພັນ​ສື່​ປະ​ສົມ​ທີ່​ມີ​ຫຼາ​ກ​ຫຼາຍ​ສີ​ສັນ,ມີ​ລັກ​ສະ​ນະ​ພິ​ເສດ​ແ​ລະ​ໜ້າ​ເບິ່ງ,ເພື່ອເພີ່ມຄວາມ​ມີ​ຊີ​ວິດ​ຊີ​ວາ,ອຸ​ດົມ​ສົມ​ບູນ​ແລະ​ຄວາມ​ໃກ້​ຊິດກວ່າ​ເກົ່າ​ໃນ​ດ້ານ​ເນື້ອ​ໃນ,ຮູບ​ແບບ​ແລະ​ລັກ​ສະ​ນະ​ຂອງ​ການ​ໂຄ​ສະ​ນາ, ສາ​ມາດ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຕ່າງໆ​ຈາກ​​ເພື່ອນ​ມິດ​ລາຍ​ການ​ໃຫ້​ຫຼາຍກວ່າ​ເກົ່າ;ພວກ​ເຮົາ​ໄດ້​ຕັ້ງ​ໜ້າປັບ​ປຸງ​ການ​ຮ່ວ​ມ​ມື​ກັບ​ສື່​ຕ່າງ​ປະ​ເທດ​ໃຫ້​ດີ​ຂຶ້ນ ກໍ່ຫວັງ​ຢາກ​ໃຫ້ມີ​ຄວາມ​ໃກ້​ຊິ​ດ​ກັບ​ມິດ​ລາຍ​ການ​ໃຫ້​ຫຼາຍຂຶ້ນກວ່າ​ເກົ່າ, ແບ່ງ​ປັນ​ຂ່າວ​ແລະ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ແຫ່ງ​ຕ່າງ​ໆ​ໃນ​ໂລກ​ກັບ​ພວກ​ທ່ານຢ່າງ​ທັນ​ການ,ພະ​ຍາ​ຍາມ​ກາຍ​ເປັນ​ສື່​ຢູ່​ອ້ອມ​ຂ້າງ​ພວກ​​ທ່ານ; ພວກ​ເຮົາ​ໄດ້​ຕັ້ງ​ໜ້າ​ຄົ້ນ​ຄວ້າ​ສະ​ແຫວງ​ຫາ​ຊ່ອງ​ທາງ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຕໍ່​ຕ່າງ​ປະ​ເທດ​ໃໝ່,ຮ່ວມ​ມື​ເປີດ "ໂຮງ​ລະ​ຄອນ​ຈີນ", ຜ່ານ​ການ​​ແປ​ແລະ​ຜະ​ລິດຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບດ້ວຍ​ຫຼາຍ​ພາ​ສາ, ​ເປີດ​ປ່ອງ​ຢ້ຽມ​ແລະ​ຊ່ອງ​ທາງ​ໃໝ່​ເພື່ອ​ໃຫ້ມິດ​ລາຍ​ການ​ທັງ​ຫຼາຍ​ສາ​ມາດ​ຟັງ​ເລື່ອງ​ກ່ຽວ​ກັບ​ຈີນ,ສຳ​ຜັດ​ກັບ​ຈີນ​ທີ່​ມີ​ຫຼາກ​ຫຼາຍ​ສີ​ສັນ.

ເພື່ອນ​ມິດ​ທັງຫຼາຍ, ​ແນວ​ປູກ​ຖ້າ​ບໍ່​ມີ​ແສງ​ແດດ, ນ້ຳ ​ແລະ ​ດິນ, ກໍ່​ບໍ່​ສາມາດ​ປົ່ງ​ຮາກ ຫຼື ​ມີກຳລັງ​ແຮງ​ເຕີບ​ໃຫຍ່​ໄດ້. ​ເນື່ອງ​ຈາກ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ​ການສະໜັບສະໜູນຂອງ​ພວກ​ທ່ານ, CRIຈຶ່ງ​ມີ​ຄວາມ​ກ້າວໜ້າ​ຢ່າງ​ໝັ້ນ​ທ່ຽງ. ປີ 2017, ຈຳນວນການ​ແລກປ່ຽນ​ກັນຂອງຜູ້​ຟັງບັນລຸ​ເຖິງ 95 ລ້ານ​ເທື່ອ, ຜູ້​ຊົມສື່​ສັງຄົມ​ອອກ​ໄລພາສາ​ຕ່າງປະ​ເທດຂອງCRIບັນລຸ​ເຖິງ 62 ລ້ານ​ຄົນ ​ແລະ​ຜູ້​​ໃຊ້APPບັນລຸ​ເຖິງ 26 ລ້ານ​ຄົນ ​ເຊິ່ງ​ເປັນ​ການ​ສ້າງປະຫວັດສາດ​ໃໝ່. ພວກ​ເຮົາ​ຮັບຮູ້​ວ່າ ບັນດາ​ທ່ານ​ເປັນ​ເພື່ອນ​ມິດ​​ໃກ້ຊິດ, ການ​ກົດ​ໄລ​ກໍ່, ຄຳ​ວິຈານ ​ແລະ​ຈົດໝາຍ​ແຕ່ລະສະບັບ​ຈາກ​ພວກ​ທ່ານ ກໍ​ເປັນຄວາມ​ຫວັງ ​ແລະ​ການ​ສະໜັບສະໜູນ​ຕໍ່​ພວກ​ເຮົາ. ​​ໂອກາດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຕາງໜ້າ​ພະນັກງານCRIສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ມາ​ຍັງ​ບັນດາ​ທ່ານ.

ໃນ​ປີ​ໃໝ່ນີ້, ພວກ​ເຮົາຈະ​ສະ​ໜອງ​ຂໍ້​ມູນ​ຂ່າວສານ​ທີ່​ດີກວ່າ​ເກົ່າ ຢ່າງ​​ວ່ອງໄວ ​ເພື່ອ​ໃຫ້​ບັນດາ​ທ່ານ​ຮັບ​ຮູ້​ປະ​ເທດ​ຈີນ, ​ເຂົ້າ​ໃຈ​ປະ​ເທດ​ຈີນ ​ແລະ​ຮັບ​ຮູ້​ທົ່ວ​ໂລກ, ສ້າງ​​ເວທີທີ່​ດີກ​ວ່າ ​ແລະ​ຫຼາຍ​ກວ່າ​ເກົ່າ.

ຂໍອວຍພອນ​ໃຫ້​ທຸກ​ທ່ານ​ຈົ່ງ​ມີ​ແຕ່​ຄວາມສຸກ​ຄວາມ​ຈະ​ເບີ​ນອາຍຸ​ໝັ້ນ​ຂວັນ​ຢືນ ​ແລະ​​ໂຊກ​ດີ​ປີ​ໃໝ່! ຂອບ​ໃຈ!

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ