ງານ​ວາງ​ສະ​ແດງ​ຜົນ​ສຳ​ເລັດ "5 ປີ​ແຫ່ງ​ການ​ບຸກ​ໜ້າ​ບືນ​ຕົວ"ອັດ​ລົງ​ຢ່າງ​ຈົບ​ງາມ
2018-01-01 14:37:37  cri 
ງານ​ວາງ​ສະ​ແດງ​ຜົນ​ສຳ​ເລັດ"5 ປີ​ແຫ່ງ​ການ​ບຸກ​ໜ້າ​ບືນ​ຕົວ"​ໄດ້​ອັດ​ລົງ​ແລ້ວ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ​ໃນ​ວັນ​ທີ 31 ທັນ​ວາ​ແລ້​ວ​ນີ້. ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າ​ພາບ​ຮ່ວມ​ຂອງ​ຄະ​ນະ​ໂຄ​ສະ​ນາອົ​ບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ,ຄະ​ນະ​ວຽກ​ງານ​ການ​ເມືອງ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ແລະຄະ​ນະ​ພັກ​ນະ​ຄອນຫຼວງ​ປັກ​ກິ່ງ ​ເຊິ່ງ​ນັບ​ແຕ່​ເປີດ​ງານ​ໃນ​ວັນ​ທີ 25 ​ກັນ​ຍາເປັນ​ຕົ້ນ​ມາ, ປະ​ຊາ​ຊົນ​ວົງ​ການ​ຕ່າງໆ​ແລະ​ເພື່ອນ​ມິດ​ສາ​ກົນ​ທີ່​ເດີນ​ທາງ​ມາ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຊົມ​ຢ່າງ​ຫ້າວ​ຫັນ, ນັບ​ລວ​ມ​ແລ້ວ, ຍອດ​ຈຳ​ນວນ​ຜູ້​ເຂົ້າ​ຊົມ​ມີ​ເຖິງ 2.660.000 ຄົນ, ​ນອກ​ນີ້,ຜູ້​ເຂົ້າ​ຊົມ​ການວາງ​ສະ​ແດງຜ່ານ​ທາງເວັບ​ໄຊ​ມີ​ເຖິງ 22.830.000 ຄົນ ເຊິ່ງ​ໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ໃນ​ສັງ​ຄົມ​ເພື່ອ​ຄຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະຫຼັງ​ກອງ​ປະ​ຊຸມ​ໃຫຍ່​ອັດ​ລົງ​ຢ່າງ​ມີ​ໄຊ​ແລ້ວ, ງານ​ວາ​ງ​ສະ​ແດງ​ດັ່ງ​ກ່າວ​ກໍ​ໄດ້​ກາຍ​ເປັນ​ເວ​ທີ​ສຶກ​ສາ​ໂຄ​ສະ​ນາ​ແລະ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ