ທ່ານ​ກິມ​ເ​ຈິງ​ອຸນ​ກ່າ​ວ​ວ່າ, ສປ​ປກົາ​ຫຼີ​ອາດ​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ
2018-01-01 17:18:26  cri 

ວັນ​ທີ 1 ມັງ​ກອນ​ນີ້, ​ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​ສ​ປ​ປ​ເກົາ​ຫຼີ​ຢຶນ​ຢັນ​ຂະ​ນະ​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່​ວ່າ, ສ​ປ​ປເກົາ​ຫຼີ​ອາດ​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ທີ່ຈະ​ຈັດ​ຂຶ້ນ​ຢູ່ພຽງ​ຊາງ​ຂອງ​ສ​.ເກົາ​ຫຼີໃນ​ໄວ​ໆ​ນີ້, ​ແລະມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​​ເຈົ້າ​ໜ້າ​ທີ່ສອງ​​ປະ​ເທດ​ສ​ປ​ປ​ເກົາ​ຫຼີ​​ແລະ​ສ.ເກົາ​ຫຼີ​ພົບ​ປະ​​ແລກ​ປ່ຽນ​ຢ່າ​ງ​ຮີບ​ດ່ວນ​ກ່ຽວ​ກັບບັນ​ຫາ​​ດັ່ງ​ກ່າວ​.

ທັງ​ນີ້​ທ່ານ​ກິມ​ເຈິງ​ອຸນ​ໄດ້​ຢືນ​ຢັນ​ຂະ​ນະກ່າວ​ປາ​ໄສ​ຜ່ານ​ໂທ​ລະ​ພາບ​ສູນ​ກາງ​ສປ​ປ​ເກົາ​ຫຼີວ່າ, ປີ​ນີ້, ສ​ປ​ປ​ເກົາ​ຫຼີ​ຈະ​ສະ​ຫຼອງການ​ສ້າງ​​ຕັ້ງ​ປະ​ເທດ​ຄົບ​ຮອບ 70 ປີ​ແລະສ.ເກົາ​ຫຼີ​​ກໍຈະ​ຈັດ​ງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ, ​ຈຶ່ງ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ຕໍ່​ສອງ​ປະ​ເທດ. ຂະ​ນະ​ທີ່ງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ທີ່ຈະ​ຈັດ​ຂຶ້ນ​ຢູ່​ສ.ເກົາ​ຫຼີໃນ​ໄວໆ​ນີ້ກ​ກໍ​ເປັນ​ໂອ​ກາດ​ດີ​ທີ່​ສະ​ແດງ​​ໃຫ້​ເຫັນຖາ​ນະ​ຊົນ​​ຊາດ​ຕົນ, ​ສະ​ນັ້ນ, ສ​ປ​ປ​ເກົາ​ຫຼີ​ຫວັງຢ່າງ​ຈິງ​ໃຈ​ວ່າງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້​ຈະ​ປະ​ສົບ​ຜົນ​ສຳ​ເລັດ.

ທ່ານ​ກິມ​ເຈິງ​ອຸນ​ກ່າວ​ຕື່ມ​ວ່າ, ເພື່ອ​ປັບ​ປຸງການ​ພົວ​ພັນ​ລະ​ຫວ່າງ​ເໜືອ​ໃຕ້​ໃຫ້​ດີ​ຂຶ້ນ, ​ແລະ​ເພື່ອ​ຮັບ​ປະ​ກັນ​ສອງ​ຝ່າຍ​ເໜືອ​ໃຕ້​ຈະ​ຈັດ​ກິດ​ຈະ​ກຳສຳ​ຄັນ​​ຕາມ​ແຜນ​ການ, ກ່ອນ​ອື່ນ​ຄວນ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ທາງ​ການ​ທະ​ຫານ​ລ​ະ​ຫວ່າງ​ເໜືອ​ໃຕ້ແລະ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​​ຢູ່ແຫຼມ​ເກົາ​ຫຼີ, ຢຸດ​ການ​ຊ້ອມ​ຮົບ​ສົງ​ຄາມ​ນິວ​ເຄຼຍ​​ໃດໆທີ່​ດຳ​ເນີນ​ຢູ່​ແຫຼມ​ເກົາ​ຫຼີ, ບໍ່ກະ​ທຳ​ສິ່ງ​ທີ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຂຶ້ນ​ແລະຕັ້ງ​ໜ້າ​ສ້າງ​ບັນ​ຍາ​ກາດ​ຄວາມ​ປອງດອງ​ກັນ​ຂອງ​ຊົນ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ