ປີ 2017 ​ລາຍ​ຮັບ​ຈາກ​ປີ້​ເຂົ້າ​ຊົມ​ຂະ​ແໜງຮູບ​ເງົາ​ຈີນ​ບັນ​ລຸ 55 ຕື້ 900 ລ້ານຢວນ
2018-01-01 17:19:26  cri 

ກົມ​ຮູບ​ເງົາ​ຂອງ​ອົງ​ການ​ຖະ​ແຫຼງ​ຂ່າວ​ ພິມ​ຈຳ​ໜາຍ ​ວິ​ທະ​ຍຸ​ ຮູບ​ເງົາແລະ​ໂທ​ລະ​ພາບຈີນ​ໄດ້​ເປີດ​ເຜີຍ​ໃນ​ຕອນ​ຄ່ຳ​ວັນ​ທີ 31 ທັນ​ວາ ປີ 2017 ວ່າ, ປີ 2017, ຍອດລາຍ​ຮັບ​ຈາກ​ປີ້​​ເຂົ້າ​ຊົມ​ຂະ​ແໜງຮູບ​ເງົາ​ຈີນ​ບັນ​ລຸ 55 ຕື້ 911 ລ້ານຢວນ, ເພີ່ມ​ຂຶ້ນ 13,45 % ເມື່ອ​ທຽບ​ໃສ່​ປີ 2016; ​ໃນ​ນັ້ນຮູບ​ເງົາ​ທີ່​ຈີນ​ຜະ​ລິດ​ສາ​ມາດ​ຂາຍ​ປີ້​ເຂົ້າ​ຊົມ​ໄດ້​ເຖິງ 30 ຕື້ 104 ລ້ານຢວນ, ກວມ 53,84%; ​ຮູບ​ເງົາທີ່​ສາ​ມາດຂາຍ​ປີ້​ເຂົ້າ​ຊົມລື່ນ​ກາຍ 100 ລ້ານຢວນ​ມີ 92 ເລື້ອງ, ໃນ​ນັ້ນ​ຮູບ​ເງົາ​ທີ່​ຈີນ​ຜະ​ລິດ​ມີ 51 ເລື້ອງ.

ການ​ເປີດ​ເຜີຍ​ຂອງ​ກົມ​ດັ່ງ​ກ່າວສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2017, ຮູບ​ເງົາ​ທີ່​ຈີນ​ຜະ​ລິດ​​ສາ​ມາດ​ສ້າງ​ລາຍ​ຮັບ​ຈາກ​ການຂາຍ​ປີ​ແລະ​ຈຳ​ໜ່າຍ​ຮູບ​ເງົາ​ຢູ່​ຕ່າງ​ປະ​ເທດ​ບັນ​ລຸ 4 ຕື້ 253 ລ້ານຢວນ, ເພີ່ມ​ຂຶ້ນ 11,19% ​ເມື່ອ​ທຽບ​ໃສ່​ປີ 2016. ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກົມ​ຮູບ​ເງົາ​ກ່າວ​ວ່າ, ປີ 2017 ແມ່ນ ປີ​ຊຸກ​ຍູ້​ຄຸນ​ນະ​ພາບ​ຮູບ​ເງົາ, ຮູບ​ເງົາ​ຈີນ​ໄດ້​ຮັບ​ໝາກ​ຜົນ​ທີ່​ມີ​ລັກ​ສະ​ນະ​ຕົວ​ຈິງ​ແລະຮັກ​ສາ​ທ່ວງ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ປີ 2017 ຮູບ​ເງົາ​​ຈີນ​ຜະ​ລິດທີ່​ສາ​ມາດ​ຂາຍ​ປີ້​ໄດ້​ເຖິງ 500 ກວ່າລ້ານຢວນ​ມີ 13 ເລື້ອງ, ​ແລະລື່ນ​ກາຍ 1 ຕື້ຢວນ​ມີ 6 ເລື້ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ