ທ່າ​ເຮືອ​ວິກ​ໂຕ​ເຣຍເຂດ​ພິ​ເສ​ດ​ຮົງ​ກົງ​ຈັດ​ການ​ສະ​ແດງດອກ​ໄມ້​ໄຟ​ເພື່ອຕ້ອນ​ຮັບ​ປີ​ໃໝ່
2018-01-01 17:20:21  cri 

ຂະ​ນະ​ທີ່​ສຽງ​ລະ​ຄັງ​ປີ 2018 ດັງ​ຂຶ້ນ​ຢ່າ​ງ​ເປັນ​ທາງ​ການ, ດອກ​ໄມ້​ໄຟ​ຕ່າງໆ​ກໍ​ຖືກ​ຍິງ​ຂຶ້ນເທິງ​ອາ​ກາດທ່າ​ເຮືອ​ວິກ​ໂຕ​ເຣຍ​ເຂດ​ພິ​ເສ​ດ​ຮົງ​ກົງ​​ຈີນ​ໃນ​ທັນ​ທີ​ແລະ​ລະ​ເບີດ​ເປັນ​ຮູບ​ຕ່າງໆ​ທີ່​ງົດ​ງາມ. ​ທ່າມ​ກາງດອກ​ໄມ້​ໄຟ​​ທີ່​ງາມ​ຕະ​ການ​ຕາແລະ​ສຽງ​​ເພງ​ມ່ວນ​ຫູ, ຊາວ​ຮົງ​ກົງ​ພ້ອມ​ກັບ​ນັກ​ທ່ອງ​ທ່ຽວ​ໂລກໄດ້​ຮ່ວມ​ກັນ​ຕ້ອນ​ຮັບ​ປີ​ໃໝ່​​ວຽນ​ມາ​ເຖິງ.

ຕອນ​ຄ່ຳ​ວັນ​ທີ 31 ທັນ​ວາ​ປີ 2017, ຢູ່​ຮົງ​ກົງ​ມີຫຼາຍ​ແຫ່ງ​​ໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເພື່ອ​ສະ​ຫຼອງ​ປີ​ໃໝ່. ໃນ​ນັ້ນ, ​ກິດ​ຈະ​ກຳ​ທີ່​ດຶງ​ດູດ​ໃຈ​ຄົນ​ທີ່​ສຸດ​ຄືການ​ສະ​ແດງ​ດົນ​ຕີ​ແລະດອກ​ໄມ້​ໄຟ ນັບ​ຖອຍ​ຫຼັງ​ປີ​ໃໝ່ 2018. ​ອົງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຮົງ​ກົງ​ທີ່​ເປັນ​ຜູ້​ຈັດ​ງານ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ, ການ​ສະ​ແດງ​ດົນ​ຕີ​ແລະ​ດອກ​ໄມ້​ໄຟ​ປີ​ນີ້​​ມີຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ຫຼາຍ​ປີ​ມາ​ນີ້.

ການ​ສະ​ແດງດົນ​ຕີ​ແລະດອກ​ໄມ້​ໄຟ​​ສະ​ຫຼອງ​ປີ​ໃໝ່​ຂອງ​ຮົງ​ກົງ​ມີ​ຈຸດພິ​ເສດ​ຕ່າງໆ​ຄື​ງາມ​ຕະ​ການ​ຕາແລະ​ປະ​ດິດ​ສ້າງ​ໃໝ່​ທຸກໆ​ປີ, ​ຈຶ່ງ​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ໂລກ​ຢ່າງ​ຫຼວງ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ