ກອງທັບ​ປົດ​ປ່ອຍປະ​ຊາ​ຊົນຈີນ​ເປັນ​ຜູ້ຈັດ​ພິທີ​ຊັກ​ທຸງຊາດ​ຂຶ້ນ​ເສົາ​ຢູ່​ສະໜາມຫຼວງທ່ຽນ​ອັ່ນ​ເມິ​ນນະຄອນຫຼວງປັກ​ກິ່ງນັບ​ແຕ່​ວັນ​ທີ 1 ມັງກອນ​ນີ້​ເປັນ​ຕົ້ນ​ໄປ
2018-01-01 14:47:28  cri 

ຕອນ​ເຊົ້າ​ວັນ​ທີ 1 ມັງກອນ​ນີ້, ຢູ່​ສະໜາມຫຼວງ​ທ່ຽນ​ອັ່ນ​ເມິ​ນນະຄອນຫຼວງ​ປັກ​ກິ່ງ​​ໄດ້​ຈັດ​ພິທີ​ຊັກ​ທຸງຊາດ​ຂຶ້ນ​ເສົາ ​​ເຊິ່ງ​ປະຕິບັດ​ໂດຍ​ກອງ​ກຽດຕິຍົດ​ ​ແລະ​ກອງ​ດຸລິ​ຍາງ​ກອງທັບ​ປົດ​ປ່ອຍ​ປະຊາຊົນຈີນ ​ແລະ​ເປັນ​ເທື່ອ​ທຳ​ອິດ​ຫຼັງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ເປັນ​ຜູ້​ປະຕິບັດ​ໜ້າ​ທີ່​ພະ​ທັກ​ທຸງຊາດ ​ແລະ​ຍິງ​ປືນ​​ໄຫ​ຍ່ສະດຸ​ດີ​ນັບ​ແຕ່​ວັນ​ທີ 1 ມັງກອນ​ນີ້​ເປັນ​ຕົ້ນ​ໄປ.

​ຕອນ​ເຊົ້າ​ວັນ​ດັ່ງກ່າວ, ຢູ່ສະໜາມຫຼວງ​ທ່ຽນ​ອັ່ນ​ເມິ​ນມີ​ປະຊາຊົນ​ຫຼາຍ​ໝື່ນ​ຄົນ​ຈາກ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ເຕົ້າ​ໂຮມ​ຢູ່ ​ເພື່ອ​ຊົມ​ພິທີ​ຊັກ​ທຸງ​ຊາດ​ຂຶ້ນ​ເສົາ​ຄັ້ງ​ທຳ​ອິດຫຼັງ​ເຂົ້າ​ສູ່​ປີ​ໃໝ່​ 2018. ​ເຂົາ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ ​ແລະ​ຮ້ອງ​ວ່າ "ປະ​ເທດ​ຊາດ​ໝັ້ນຍືນ", "ສະບາ​ຍດີ​ປີ​​ໃໝ່ປະ​ເທດ​ຊາດ".

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ