28 ຄົນ​ເສຍ​ຊີວິດ​ ​ແລະ​ຖືກ​ບາດ​ເຈັບຈາກ​ເຫດການ​ໂຈມ​ຕີ​ແບບ​ຂ້າ​ຕົວຕາຍຢູ່​ພາກ​ຕາ​ເວັນ​ອອກ​ອັຝ​ກາ​ນິສະຖານ
2018-01-01 15:09:06  cri 
​ອຳນາດ​ການ​ປົກຄອງແຂວງ​ນັນກາຣາພາກ​ຕາ​ເວັນ​ອອກ​ອັຝ​ກາ​ນິສະຖານ​ຢືນຢັ້ນໃນວັນ​ທີ 31 ທັນວາຜ່ານ​ມາວ່າ: ​ໃນວັນ​ດັ່ງກ່າວ, ຢູ່​ນະຄອນ​ຊາ​ລາ​ລາ​ບັດ ​ເທດສະບານ​ແຂວງໄດ້​ເກີດ​ເຫດລະ​ເບີດ​​ແບບ​ຂ້າ​ຕົວຕາຍ ​ສົ່ງ​ຜົນ​ເຮັດ​​ໃຫ້ 12 ຄົນ​ເສຍ​ຊີວິດ​, 16 ຄົນ​ຖືກ​ບາດ​ເຈັບ.

ມາຮອດ​ປັດຈຸ​ບັນນີ້, ຍັງ​ບໍ່​ມີ​ອົງການ​ຈັດ​ຕັ້ງ ຫຼື ​ບຸກຄົນໃດໆອອກ​ມາ​ກ່າວ​ອ້າງ​ຄວາມ​ຮັບຜິ​ດຊອບ​ຕໍ່ເຫດການ​ດັ່ງກ່າວ.

​ນັກວິ​ເຄາະ​ທາງ​ການ​ເຫັນ​ວ່າ: ​​ເມື່ອເບິ່ງ​ຈາກ​ວິທີຫຼ​ອນ​ໂຈມ​ຕີ​ແລ້ວ​ເຫັນ​ວ່າ, ​ເຫດການ​ດັ່ງກ່າວ​ອາດ​ຈະ​ແມ່ນ​ສະມາຊິກ​ກຸ່ມ IS ​ເປັນ​ຜູ້​ກໍ່​ຂຶ້ນ. ນັບ​ແຕ່​​ເດືອນ​ທັນວາ​ປີ 2017 ​ເປັນ​ຕົ້ນ, ກຸ່ມ IS ​ໄດ້ກໍ່​ເຫດການ​ໂຈມ​ຕີ​ຫຼາຍ​​ເທື່ອ​ຢູ່​ນະຄອນຫຼວງ​ກາບູ​ແຫ່ງ​ດຽວ​ມາ​ແລ້ວ.

ປັດ​ຈຸ​ບັນ, ຢູ່ອັຝກາ​ນິສະຖານ​ມີ​ຜູ້​ປະກອບ​ອາວຸດ​ກຸ່ມ IS ລື່ນ 1 ໝື່ນ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ