​ຈັດ​ພິທີຕີ​ລະຄັງ​ຕ້ອນຮັບປີ​​ໃໝ່ສາກົນ 2018 ​ຢູ່ເສັ້ນ​​ສູນ​ກາງ​ປັກ​ກິ່ງ
2018-01-01 15:53:29  cri 
ຕອນ​ຄ່ຳ​ວັນ​ທີ 31 ທັນວາ​ປີ 2017, ຢູ່ປະຕູຢົງ​ຕິງທີ່​ຕັ້ງຢູ່​ເສັ້ນ​ສູນ​ກາງ​ປັກ​ກິ່ງ​ໄດ້​ຈັດ​ພິທີນັບຖອຍຫຼັງສົ່ງທ້າຍປີເກົ່າ 2017 ແລະ ຕ້ອນຮັບປີໃໝ່ສາກົນ 2018 ​ໂດຍທູ​ຕາ​ນຸທູດ​ 20 ປະ​ເທດປະຈຳ​ຈີນ, ຜູ້​ຕາງໜ້າ​ຂະ​ແໜງ​ການ​ຕ່າງໆ​ນະຄອນຫຼວງ​ປັກ​ກິ່ງ, ນັກ​ທ່ອງ​ທ່ຽວ​ຈີນ ​ແລະ​ຕ່າງປະ​ເທດ, ປະຊາຊົນ​ປັກ​ກິ່ງ​ ​ແລະ​ອື່ນໆ​ຈຳນວນ 1000 ກວ່າ​ຄົນ​​ເຂົ້າ​ຮ່ວມ ​ເພື່ອຕ້ອນ​ຮັບ​ປີ​ໃໝ່​ສາກົນ 2018.

ຕອນ​ຄ່ຳ​ມື້​ດຽວ​ກັນ, ງານ​ວາງສະ​ແດງ​ທ່ອງທ່ຽວ​ວັດທະນະທຳ​ຫິມະ​ປັກ​ກິ່ງ​​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ເຊິ່ງຈະ​ດຳ​ເນີນ​​ແຕ່​ວັນ​​ປີ​ໃໝ່​ສາກົນຫາ​ວັນ​ເພັງເດືອນ​ຈຽງ ​ເຊິ່ງ​ເປັນ​ວັນ​ບຸນ​ຂະໜົມບົວລອຍ​ຂອງ​ຈີນ ​ແລະ​ໃນ​ໄລຍະ​ດັ່ງກ່າວ​ຍັງ​ຈະ​ຈັດ​ກິດຈະກຳ​ຕ່າງໆລວມທັງ​ພິທີ​ສະຫຼອງບຸນ​ກຸດ​ຈີນ, ບຸ​ກວັດ, ການ​ແຂ່ງຂັນກິລາ​ຫິມະ, ການສະ​ແດງ​ວັດທະນະທຳ ​ແລະ​​ເທດສະການອາຫານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ