ທ່ານ ສີ​ຈິ້ນ​ຜິງ ແລະປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ໂອ​ກາດ​ດ້ວຍສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 20 ປີ
2018-01-02 16:51:07  cri 
ຕາມ​ຂ່າວCRI: ວັນ​ທີ 1 ມັງ​ກອ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ ຈາ​ຄົບ ຈູ​ມາ ປະ​ທາ​ນາ​ທິ​ບໍ​ດີອາ​ຟ​ຣິ​ກາ​ໃຕ້ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນເພື່ອ​ສະ​ຫຼອງການ​ສ້າ​ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 20 ປີ.

ໃນ​ໂທ​ລະ​ເລກ, ທ່ານ ສີ​ຈິ້ນ​ຜິງ ຊີ້​ວ່າ, ໃນ 20 ປີ​ຜ່ານ​ມາ, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ຝ່າຍ,ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວ​ງ​ເລິກ,ໄດ້​ບັນ​ລຸ​ການ​ກ້າວ​ກະ​ໂດດ​ທີ່​ສຳ​ຄັນ​ແລະ​ຍິ່ງ​ໃຫຍ່​ ໂດຍ​ໄດ້​ພັດ​ທະ​ນາຈາກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອດ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາ​ດ​ແລະ​ກ້າວ​ສູ່ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ອີກ. ພ້ອມ​ທັງ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,ເພື່ອ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​​ແກ່​ສອງ​ປະ​ເທດ​ກໍ​ຄືປະ​ຊາ​ຊົນທັງ​ສອງ​ຝ່າຍ.

ທ່ານ ຈູ​ມາ ໄດ້ກ່າວ​ໃນ​ໂທ​ລະ​ເລກວ່າ: ໃນ 20 ປີ​ຜ່ານ​ມາ, ບົນ​ພື້ນ​ຖານ​ການ​ພົວ​ພັນ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ໝາກ​ຜົນ​ທີ່​ໜ້າ​ຊົມ​ເຊີຍ. ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ຈະ​ເດີນ​ທາງ​ໄ​ປ​ຈີນ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ຄັ້ງ​ໃໝ່​ໃນ​ເດືອນ​ກັນ​ຍາ​ປີນີ້. ແລະຫວັງ​ຢາກ​ຖື​ໂອ​ກາດ​​ຄົບ​ຮອບ 20 ປີ​ຄັ້​ງ​ນີ້ ເພີ່ມ​ທະ​ວີ​ການ​ພົວ​ພັນ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງປະ​ເທດ, ເປີດກວ້າງ​ການ​ຮ່ວມ​ມື ເພື່ອບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ