ອົງການ​ແມ່ຍິງ​ຟິລິປິ​ນກ່າວ​ປະນາມ​ຍີ່​ປຸ່ນ​ແຊກ​ແຊງ​ຟິລິປິ​ນສ້າງ​ຮູບ​ປັ້ນ​ທອງ​​ນາງ​ບຳ​ເລີ
2018-01-02 15:09:15  cri 
ວັນ​ທີ 30 ທັນວາ​ປີ 2017 ຜ່ານ​ມາ, ອົງການປົກ​ປ້ອງສິດທິ​ແມ່ຍິງ​​ຟິລິປິ​ນສອງ​ພາກສ່ວນ​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມກ່າວ​ປະ​ນາມການ​ກະທຳ ​ແລະ​ຖ້ອຍ​ຄຳ​ຂອງ​ສະຖານທູດ​ຍີ່ປຸ່ນ​ປະຈຳ​ຟິລິປິ​ນ​ຕໍ່ໍການ​ສ້າງ​ຮູບ​ປັ້ນ​ທອງ​ນາງ​ບຳ​ເລີ​ຢູ່​ມາ​ນີລາ ​ແລະ​ຫວັງ​ວ່າ​ລັດຖະບານ​ຟິລິປິ​ນຈະຍຶດໝັ້ນ​ຫຼັກໝັ້ນ ​ແລະຮັກສາ​ກຽດສັກ​ສີ​ຂອງ​ຊາດ.

​ອົງການກາບ​ລີລາ ​ແລະ​ສະຫະພັນແມ່ຍິງ​ຟິລິປິ​ນ​ແມ່ນອົງການ​ຈັດ​ຕັ້ງ​ສັງຄົມ​ທີ່​ເອົາ​ໃຈ​ໃສ່​ປົກ​ປ້ອງ​ສິດ​ ​ແລະ​ຜົນ​ປະ​ໂຫຍ​ດ​ໃຫ້ນາງ​ບຳ​ເລີພາຍ​ໃນ​ຟິລິປິ​ນ​ເປັນ​ເວລາ​ດົນ​ນານ​ມາ​ນີ. ສອງ​ອົງການ​ດັ່ງກ່າວ​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່າວ​ປະນາມ​ການ​ກະທຳ​ ​ແລະ​ຖ້ອຍ​ຄຳຂອງລັດຖະບານ​ຍີ່ປຸ່ນ ​ແລະ​ສະຖານທູດ​ຍີ່ປຸ່ນ​ປະຈຳ​ຟິລິປິ​ນຕໍ່ກໍລະນີ​ຟິລິປິ​ນສ້າງ​ຮູບ​ປັ້ນທອງນາງ​ບຳ​ເລີ​ຢູ່​ຟິລິປິ​ນ​ໃນ​ເມື່ອ​ມໍ່ໆ​ນີ້.

ວັນ​ທີ 8 ທັນວາ​ປີ 2017, ຄະນະ​ກຳມະການ​ປະຫວັດສາດ​ແຫ່ງ​ຊາດ​ຟິລິປິ​ນ ​ແລະ​ອົງການ​ປົກຄອງ​ນະຄອນຫຼວງ​ມາ​ນີລາ​ຈັດ​ພິທີ​ເປີດຮູບ​ປັ້ນ​ທອງນາງ​ບຳ​ເລີໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ. ສື່​ມວນ​ຊົນ​ຟິລິປິ​ນລາຍ​ງານ​ວ່າ: ສະຖານທູດ​ຍີ່ປຸ່ນ​ປະຈຳ​ຟິລິປິ​ນ​ເຄີຍມີ​ຄວາມ​ເຫັນ​ຕໍ່​ລັດຖະບານ​ຟິລິປິ​ນວ່າ ຍີ່ປຸ່ນສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ການ​ສ້າງ​ຮູບ​ປັ້ນທອງ​ນາງ​ບຳ​ເລີ​ຢູ່ຟິລິປິ​ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ