​ປີ 2017 ​ທາງ​ລົດ​ໄຟ​ຈີນ​ໄດ້​ບັນລຸ​ການ​ລົງ​ທຶນ 801 ຕື້​ຢວນ
2018-01-02 15:26:20  cri 
ວັນ​ທີ 1 ມັງກອນ​ນີ້, ສື່ມວນ​ຊົນ​ໄດ້​ຮັບ​ແຈ້ງ​ຂ່າວຈາກ​ບໍລິ​ສັດ​ທາງ​ລົດ​ໄຟ​ຈີນ​ວ່າ: ​ໃນ​ປີຜ່ານມາ, ທາງ​ລົດ​ໄຟ​ທົ່ວ​ປະ​ເທດຈີນ​ໄດ້​ບັນລຸ​ການ​ລົງ​ທຶນ​​ເຖິງ 801 ຕື້​ຢວນ. ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປາ​ວຈີ່-ລານ​ໂຈ່​ວ, ​ຕອນ​ທີ່​ຊີ່​ອ່ານ-ຈ່ຽງ​ໂຢຂອງ​ທາງ​ລົ​ດ​ໄຟ​ຄວາມ​ໄວ​ສູງ​ຊີ່​ອ່ານ-​ເຊິ​ງຕູ່, ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງສື​​ເຈ່ຍ​ຈ່ວງ-ຈີ​ນານ ​ແລະ​ອື່ນໆ​ໄດ້​ເປີດ​ນຳ​ໃຊ້ ​ເຊິ່ງມີ​ຄວາມ​ຍາວ​ທັງ​ໝົດ 3038 ກິ​ໂລ​ແມັດ. ຮອດ​ທ້າຍ​ປີ 2017, ​ເສັ້ນທາງ​ລົດ​ໄຟ​​ໄດ້​ເປີດ​ນຳ​​ໃຊ້​ເຖິງ 1 ​ແສນ 2 ໝື່ນ 7 ພັນ​ກິ​ໂລ​ແມັດ, ​ໃນ​ນັ້ນ ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມີເຖິງ 2 ໝື່ນ 5 ພັນ​ກິ​ໂລ​ແມັດ.

​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ບໍລິສັດທາງ​ລົດ​ໄຟ​ຈີນ​ກ່າວ​ວ່າ: ​ໃນ​ປີ 2018, ບໍລິສັດ​ຕົນ​ມີ 49 ​ໂຄງການ​​ໃໝ່ໄດ້ຜ່ານ​ການ​ຮັບຮອງ ​ແລະ​ມີ 35 ​ໂຄງການ​ໄດ້​ດຳ​ເນີນ​ການກໍ່ສ້າງ. ການ​ກໍ່ສ້າງທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-​ຈ່າງ​ເຈ່ຍ​ໂຂ, ການ​ປັບປຸງ​ແຜນການ​ເສັ້ນທາງ​ລົດ​ໄຟ​ເຂດ​ໃໝ່​​ສົງ​ອ່ານ, ​ແຜນການ​ກໍ່ສ້າງ​ຈຸດ​ສູນ​ກາງ​ເສັ້ນທາງ​ລົດ​ໄຟ​ເຂດ​ໃຈກາງປັກ​ກິ່ງ-ທຽນ​ສິນ-ເຮີ​ເປີ​ຍ ​ແລະ​ວຽກ​ງານ​ອື່ນໆ​ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າທີ່​ສຳຄັນ ​​ເຊິ່ງ​ໄດ້ສ້າງພື້ນຖານຂອງ​ການ​ກໍ່ສ້າງໂຄງການ​ໃນ​ຕໍ່ໜ້າ​ໄວ້​ຮຽບຮ້ອຍ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ