​ຈີນ​ໄດ້​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​​ພາຍ​ໃນ​ປະ​ເທດ 133 ລ້ານ​ເທື່ອ​ຄົນ​ໃນ​ໄລ​ຍະພັກ​ບຸນ​ປີ​ໃໝ່​ສາ​ກົນ
2018-01-02 09:31:17  cri 
ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 1 ມັງ​ກອ​ນ​ນີ້​ວ່າ, ໃນ​ໄລ​ຍະ​ພັກ​ບຸນ​ປີ​ໃໝ່​ສາ​ກົນ, ຈີນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນປະ​ເທດ 133 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນຫຼາຍກວ່າ​ປີ​ຜ່ານ​ມາ 11,08%, ​ສາ​ມາດສ້າງ​ລາຍ​​ຮັບດ້ານ​ການ​ທ່ອງ​ທ່ຽວ​ໄດ້​ເຖິງ 75 ຕື້ 500 ລ້ານ​ຢວນ ແລະ ເພີ່ມ​ຂຶ້ນ 11,22%.

ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຊີ້​ອອກວ່າ, ປີ​ໃໝ່​ວຽນ​ມາ​ເຖິງ, ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໄປ​ທ່ຽວ​ແຫ່ງ​ຕ່າງໆ. ເມື່ອ​ສັງ​ເກດ​ຈາກ​ຈຸດ​ໝາຍ​ປາ​ຍ​ທາງ​ການ​ທ່ອງ​ທ່ຽວ​ແລ້ວ​ເຫັນ​ວ່າ, ການ​ໄປຫຼິ້ນ​ນ້ຳ​ກ້າມ ແລະ​ ຫິ​ມະ, ບໍ່​ນ້ຳ​ອຸ່ນ ແລະ ໄປ​ເຂດ​ທີ່​ມີ​ອາ​ກາດ​ອົບ​ອຸ່ນ​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ.

ນອກ​ນີ້, ການ​ທ່ອງ​ທ່ຽວ​ແບບຫຼິ້ນ​ກິ​ລາ, ການ​ທ່ອງ​ທ່ຽວ​ໄປ​ຮ່ວມ​ການ​ສຶກ​ສາ​ອົບ​ຮົມ, ການ​ໄປ​ທ່ຽວ​ແຫຼ່ງ​ອຸດ​ສາ​ຫະ​ກຳ ກໍ​ໄດ້​​ຮັບ​ຄວາມ​ນິ​ຍົມ​ຈ​າກ​ນັກ​ທ່ອງ​ທ່ຽວ​ນັບ​ມື້ຫຼາຍ​ຂຶ້ນເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ