ຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ​ຈີນ​ໄດ້​ສຳ​ເລັດ​ການ​ຍິງ​ສົ່ງ 16 ເທື່ອ​ຢ່າງ​ຈົບ​ງາມ​ໃນ​ປີ 2017
2018-01-02 10:44:01  cri 
ບໍ​ລິ​ສັດ​ກຸ່ມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ການ​ບິນ​ອະ​ວະ​ກາດ​ຈີນ​ຈຳ​ກັດ​ເປີດ​ເຜີຍ​ໃນ​ວັນ​ທີ 1 ມັງ​ກອ​ນ​ນີ້​ວ່າ, ຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ​ຈີນ​ໄດ້​ສຳ​ເລັດ​ການ​ຍິງ​ສົ່ງ 16 ເທື່ອ​ຢ່າງ​ຈົບ​ງາມ​ໃນ​ປີ 2017.

ຈາກ​ດາວ​ທຽມ​ທົດ​ລອງ​ເຕັກ​ນິກ​ໂທ​ລະ​ຄົມ​ເລກ 2 ທີ່​ຍິງ​ສົ່ງ​ໃນ​ວັນ​ທີ 5 ມັງ​ກອນ​ປີ 2017 ຮອດ​ດາວ​ທຽມ​ໜ່ວຍ 3 ສຳຫຼວດ​ໄລ​ຍະທາງ​ໄກ​ເລກ 30 ທີ່​ຍິງ​ສົ່ງ​ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ 26 ທັນ​ວາ​ປີ 2017, ຈະຫຼວດ​ສົ່ງ​ຍ​ານ​ສາງ​ເຈິ່ງ​ໄດ້​ສຳ​ເລັດ​ໜ້າ​ທີ່​ຍິງ​ສົ່ງ 16 ເທື່ອ. ແຕ່​ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ໃນ​ຕົ້ນ​ປີ 2017, ຕາມ​ແຜນ​ການ, ລະ​ບົບ​ຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຍິງ​ສົ່ງ​ການ​ບິນ​ອະ​ວະ​ກາດ​ເກືອບ 30 ເທື່ອ​ໃນ​ໝົດ​ປີ.

ກ່ອນ​ໜ້າ​ນີ້, ມີ​ຜູ້​ຊ່ຽວ​ຊານ​ຄາດ​ຄະ​ເນ​ວ່າ, ການ​ບິນ​ອະ​ວະ​ກາດ​ຈີນ​ຍັງ​ມີ​ໜ້າ​ທີ່​ໜັກ​ໜ່ວງ​ໃນ​ປີ 2018 ເຊິ່ງ​ລວມ​ທັງ​ແຜນ​ການ​ຍິງ​ສົ່ງ​ສ່ວນ​ໜຶ່ງທີ່​ຖືກເລື່ອນ​ເວ​ລາ​ຂອງ​ປີ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ